ທ່ານ​ຫຼີ​ເຄີ້​ສຽງ​ແລະ​ຜູ້​ນຳ 5 ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຮ່ວມ​ກັນ​ຊົມ​ງານ​ວາງ​ສະ​ແດງ​ຜົນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2018-01-10 22:33:21  cri 
ຕອບ​ບ່າຍ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ທ່ານ​ຫງວຽນ​​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ແລະ​ທ່ານມິນ​ສະ​ເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ໄດ້​ຮ່ວມ​ກັນ​ຊົມ​ງານ​ວາ​ງ​ສະ​ແດງ​ຜົນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ສັນ​ຕິ​ພາບນະ​ຄອນ​ຫຼວງ​ພະ​ນົມ​ເປັນ.

ຢູ່​ບ່ອນ​ວາງ​ສະ​ແດງ​​ລົດ​ໄຟຄວາມ​ໄວ​ສູງ​ຂອງ​ປະ​ເທດ​ຈີນ, ທ່ານ​ຫຼີ​ເຄີ້​ສຽງ​ແລະ​ຜູ້​ນຳບັນ​ດາ​ທ່ານໄດ້​ຮັບ​ຟັງ​ການ​ແນະ​ນຳ​ແລະ​ເຂົ້າໄປ​ໃນ​ຫ້ອງ​ຈຳ​ລອງ​ຂັບ​ລົດ​, ເພື່ອ​ສຳ​ຜັດ​​ກັບ​ເຕັກ​ນິກ​ຫ້ອງ​ຂັບ​ລົດແລະ​ສະ​ພາບ​ການ​ຂັບ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ປະ​ເທດ​ຈີນ​ດ້ວຍ​ຕົນ​ເອງ. ຫຼັງ​ຈາກ​ນັ້ນ, ຜູ້​ນຳ​ບັນ​ດາ​ທ່ານ​ໄດ້​ຊົມ​​ຮູບ​ຈຳ​ລອງ​ເຄືຍ​ຂ່າຍ​ໄຟ​ຟ້າ​ເຊື່ອມ​ຈອດ​ກັນຈີນ, ກຳ​ປູ​ເຈຍ, ຫວຽດ​ນາມ, ລາວ​ແລະ​ອື່ນໆ​, ພ້ອມ​ດ້ວຍ​ຮູບ​ຈຳ​ລອງເຂດ​ເສດ​ຖະ​ກິດ​ພິ​ເສດ​​ທ່າ​ກຳ​ປັ່ນ​ສີ​ຫາ​ນຸ. ຂະ​ນະ​ດຽວ​ກັນ​ຍັງ​ໄດ້​​ທົດລອງ​ໃຊ້​ລົດ​ຖີບ Mobile ຂອງ​ຈີນ​ເຊິ່ງ​ເປັນ​​ສິ່ງ​ປະ​ດິດ​ຂຶ້ນ​ມາ​ໃໝ່.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​​ແມ່​ນໜຶ່ງ​ໃນ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຈີນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ເຕັກ​ນິກ​ແລະ​ບົດ​ຮຽນ​ຂອງ​ຕົນ, ເຊື່ອມ​​ຕໍ່ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັ​ດ​ທະ​ນາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ, ​ຮ່ວມ​ມື​ແລະ​ອະ​ນຸ​ເຄາະ​ຕໍ່​ກັນ​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ສ້າງ​ທຸ​ລະ​ກິດ, ເຮັດ​ໃຫ້​ເສດ​ຖະ​ກິດ​ແບ່ງ​ປັນ, ເສດ​ຖະ​ກິດ​ສີ​ຂຽວ​ສາ​ມາດ​ສ້າງ​​ຜົນ​ປະ​ໂຫຍດໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ, ທັງ​ເພີ່ມ​ພະ​ລັງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ