5 ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ເປັນ​ຮູບ​ປະ​ທຳຈາກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2018-01-11 17:30:54  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ທົບ​ທວນ​ຄືນ​ຜົນ​ງານ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ແລະ​ໄດ້​ສະ​ເໜີ​ແຜນ​ການ​ຮ່ວມ​ມື​ຂອງ​ຈີນ​ໃນ​ອະ​ນາ​ຄົດທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ຢູ່​ເຂດແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ເລີ່ມ​ແຕ່​ປະ​ຕິ​ບັດ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ສອງ​ປີ​ມາ​ນີ້, ການ​ຮ່ວມ​ມື​ດັ່ງ​ກ່າວ "ມີ​ຄວາມ​ຄືບ​ໜ້າ​ໃນ​ທຸກ​ມື້, ມີ​ໝາກ​ຜົນ​ໃນ​ແຕ່​ລະ​ເດືອນ​ແລະ​ການ​ຮ່ວມ​ມື​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ທຸກ​ປີ", ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ກາຍ​ເປັນ​ໜຶ່ງ​ໃນກົນ​ໄກ​ຮ່ວມ​ມື​​ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸດ​ແລະໄດ້​ຮັບ​ໝາກ​ຜົນ​​ຫຼວງ​ຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ. ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ກຳ​ປູ​ເຈຍ, ມຽນ​ມາ, ໄທ​ແລະ​ຫວຽດ​ນາມ, ທັງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ລາວ. ຕາມ​ສະ​ຖິ​ຕິ​ເບື້ອງ​ຕົ້ນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ 5 ປະ​ເທດ​ລຽບ​ຕາມແມ່​ນ້ຳ​ຂອງບັນ​ລຸ​ເຖິງ 220 ຕື້​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2016 ເພີ່ມ​ຂຶ້ນ 16%. ປັດ​ຈຸ​ບັນ​ເຂົ້າ​ສານ​ຈາກ​ 5 ປະ​ເທດ​ແມ່​ນ້ຳ​ຂອງ​ໄດ້​ກວມ 80% ຂອງຍອດ​ປະ​ລິ​ມານ​ການ​ນຳ​ເຂົ້າ​ເຂົ້າ​ສານ​ຂອງ​ຈີນ, ໃນ 10 ປີ​ຜ່ານ​ມາ​ປະ​ເທດ​ດັ່ງ​ກ່າວ​ສົ່ງ​ອອກ​ໝາກ​ໄມ້​ໄປ​ໃຫ້​ຈີນ​ໄດ້​ເພີ່ມ​ຂຶ້ນ​ສະ​ເລ່ຍ 21% ຕໍ່​ປີ. ເຖິງວ່າ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຈາກ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ເສຍ​ປຽບ, ແຕ່​ວ່າ​ຈີນ​ບໍ່​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ແລະຍິນ​ດີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸ​ນ​ນະ​ພາບ​ດີ​ຫຼາຍກວ່າ​ເກົ່າ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຫຼາຍ​ຮູບ​ຫຼາຍແບບ.

ຈີນ​ລວມ​ໄດ້​ລົງ​ທຶນ​ຢູ່ 5 ປະ​ເທດ​ລຽບ​ຕາມແມ່​ນ້ຳ​ຂອງ​ຫຼາຍກວ່າ 42 ຕື້​ໂດ​ລາ​ສະ​ຫະ​ລັດ, ປີ 2017 ມູນ​ຄ່າ​ການ​ລົງ​ທຶນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 20%. ເລີ່ມ​ແຕ່​ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ຈີນ​ແລະ 5 ປະ​ເທດ​ໄດ້​ເປີດເສັ້ນ​ທາງ​ການ​ບິນ​​ເພີ່ມ​ອີກ 330 ກວ່າ​ສາຍ, ບຸກ​ຄົນ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ກັບ 5 ປະ​ເທດ​ມີ​ປະ​ມານ 30 ລ້ານ​ເທື່ອ​ຄົນ.

ທ່ານ​ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ, ເງິນ​ກູ້​ບູ​ລິ​ມະ​ສິດ​ທີ່​ຈີນ​ໃຫ້​ສັນ​ຍາ​ນັ້ນ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ເທື່ອ​ລະ​ກ້າວ, ໄດ້​ສະ​ໜັບ​ສະ​ໜູນ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່ 20 ກວ່າ​ໂຄງ​ການ. ທາງ​ລົດ​ໄຟ​ຈີນ-ລາວ, ທາງ​ລົດ​ໄຟ​ຈີນ-ໄທເລີ່ມ​ກໍ່​ສ້າງ. ໂຮງ​ຜະ​ລິດ​ໄຟ​ຟ້າ​ວິນ​ທັນ (Vinh Tan )ຫວຽດ​ນາມ​ທີ່​ຈີນ​ຮັບ​ເໝົາກໍ່​​ສ້າງໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຕິດ​ຕັ້ງ​ເຄື່ອງ​ປະ​ກອບ, ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ນ້ຳ​ອູ​ຢູ່​ປະ​ເທດ​ລາວ​ກໍ​ໄດ້​ດຳ​ເນີນ​ເປັນ​ຢ່າງ​ດີ. ສະ​ໜາມ​ບິນ​ຊຽ​ມລຽບ​ຂອງ​ກຳ​ປູ​ເຈຍ​ຄາດ​ວ່າ​ສ້າງ​ສຳ​ເລັດ​ແລ້ວ​ສາ​ມາດ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານໄດ້​ຫຼາຍກວ່າ 5 ລ້ານ​ຄົນ​ຕໍ່​ປີ. ຈີນ​ຍິນ​ດີ​ສືບ​ຕໍ່​ປະ​ຕິ​ບັດເງິນ​ກູ້​ບູ​ລິ​ມະ​ສິດ​ທີ່​ສະ​ເໜີ​ອອກ​ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ​ໃຫ້​ດີ, ແລະ​ບົນ​ພື້ນ​ຖານ​ດັ່ງ​ກ່າວ​ສະ​ໜອງ​ເງິນ​ກູ້​ຊ່ວຍ​ເຫຼືອ 7 ຕື້ຢວນ​ຕື່ມ​ອີກ, ​ແລະ​ຕັ້ງ​ເງິນ​ກູ້​ພິ​ເສດ​ດ້ານຄວາມ​ສາ​ມາດ​ການ​ຜະ​ລິດ​ແລະ​ການ​ຮ່ວມ​ມື​ຄວາມ​ສາ​ມາດ​ການ​ຜະ​ລິດ​​ງວດ​ທີ​ສອງ​ທີ່​ເປັນ​ມູນ​ຄ່າ 5 ຕື້​ໂດ​ລາ, ເພື່ອ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ທີ່​ປຶກ​ສາ​ຕົກ​ລົງ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ເນັ້ນ​ວ່າ, ສຸ​ຂະ​ພາບ​ແຂງ​ແຮງ​ແມ່ນ​ພື້ນ​ຖານ​ທີ່​ປະ​ຊາ​ຊົນ​ໄດ້​ຄວາມ​ສຸກທັງ​ເປັນ​​ການຮັບ​ປະ​ກັນ​ທີ່​ເຮັດ​ໃຫ້​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ. ກິດ​ຈະ​ກຳມອບແສງ​ສະ​​ຫວ່າງ​ໃຫ້​ແກ່​ຜູ້​ເປັນ​ແກ່ມ​ຕາ​ຂຸ້ນ​ແມ່​ແມ່​ນ້ຳ​ຂອງ​ທີ່​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ເຮັດ​ໃຫ້​ຄົນ​ເຈັບ​ກຳ​ປູ​ເຈຍ, ລາວ​ແລະ​ມຽນ​ມາ​ປະ​ມານ 800 ຄົນ​ມີ​ແສງ​ສະ​ຫວ່າງ​ອີກ​ຄັ້ງ​ໜຶ່ງ. ໂດຍ​ແນ​ໃສ່​​ສະພາບ​ການ​ທີ່​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ມີ​ພະ​ຍາດ​ໄຂ້​​ຍຸງ, ໄຂ້​ເລືອດ​ອອກ, ພະ​ຍາດ​ເອດ​ແຜ່​ລະ​ບາດ​ແລະ​ປ້ອງ​ກັນ​ຄວບ​ຄຸມໄດ້​ຍາກ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ສ້າງ​ກົນ​ໄກ​ປ້ອງ​ກັນ​ພະ​ຍາດ​ປະ​ສົມ, ສ້າງ​ເຄືຍ​ຂ່າວກຳ​ຈັດ​ໄຂ້​ຍຸງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ​ເຮັດ​ໃຫ້​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ນີ້​ມີ​ປະ​ສິດ​ທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ