ໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນໃນວັນທີ 10 ມັງກອນນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ບັນຍາຍຈິດໃຈ "ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ໂດຍຢືນຢັນວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນການຮ່ວມມືແບບສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.ເຖິງວ່າ 6 ປະເທດມີຄວາມແຕກຕ່າງກັນໃນດ້ານເນື້ອທີ່ດິນແດນ, ຍອດບໍລິມາດເສດຖະກິດແລະວັດທະນະທຳທີ່ເປັນມູນເຊື້ອກໍຕາມ, ກໍລ້ວນແຕ່ເປັນສະມາຊິກທີ່ສະເໝີພາບກັນໃນຄອບຄົວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ພວກເຮົາປະຕິບັດການດ້ວຍການປຶກສາຫາລືກັນ, ຄຳນຶງເຖິງຄວາມສະບາຍໃຈຂອງແຕ່ລະຝ່າຍເພື່ອຮ່ວມກັນຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ທ່ານຫຼີເຄີ້ສຽງຊີ້ໃຫ້ເຫັນວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນການຮ່ວມມືແບບເປີດກວ້າງແລະກວມລວມ. ເຖິງຈະເປັນກົນໄກທີ່ 6 ປະເທດລິເລີ່ມສ້າງຕັ້ງຂຶ້ນກໍຕາມ, ແຕ່ກໍບໍ່ໄດ້ເປັນກົນໄກທີ່ປິດປະຕູແລະປັດເຂ່ຍຝ່າຍອື່ນໆ ຫາກເປັນການຊ່ວຍຊູຍູ້ໜູນກັນກັບກົນໄກອື່ນໆໃນພາກພື້ນ ເຊິ່ງບໍ່ພຽງແຕ່ຈະເປັນຜົນດີຕໍ່ການພັດທະນາດ້ານເສດຖະກິດສັງຄົມຂອງ 6 ປະເທດເທົ່ານັ້ນ, ຍັງສາມາດຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນຂອງອາຊຽນ ທັງຈະເປັນການແລກປ່ຽນກັບຂອບການຮ່ວມມືຈີນ-ອາຊຽນເປັນຢ່າງດີອີກດ້ວຍ ເຊິ່ງສາມາດຮ່ວມກັບກົນໄກອື່ນໆຊ່ວຍຊູຍູ້ໜູນແລະປະສານງານພັດທະນາຮ່ວມກັນ.
ທ່ານຫຼີເຄີ້ສຽງກ່າວເນັ້ນວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນການຮ່ວມມືທີ່ຕິດແທດຕົວຈິງແລະມີປະສິດທິພາບສູງ ເຊິ່ງກົນໄກນີ້ບໍ່ພຽງແຕ່ມີຈິດໃຈເປັນທິດນຳເທົ່ານັ້ນ ຍັງຖືການປະຕິບັດຕົວຈິງເປັນເສົາຄ້ຳອີກດ້ວຍ. ພວກເຮົາຍຶດໝັ້ນ ໂຄງການເປັນຫຼັກ, ສຸມກຳລັງເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ເປັນຮູບປະທຳ. ຜົນສຳເລັດເບື້ອງຕົ້ນໃນ 45 ໂຄງການທີ່ກຳນົດໄວ້ໃນກອງປະຊຸມຜູ້ນຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດນັ້ນໄດ້ຮັບການຊຸກຍູ້ປະຕິບັດຕາມແຜນ 100%; ກອງທຶນພິເສດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປະຕິບັດໜ້າທີ່ວຽກງານຢ່າງເປັນທາງການ ໂດຍຈະສະໜັບສະໜູນ 132 ໂຄງການ ທີ່ 6 ປະເທດສະເໜີ ມາເປັນຊຸດທຳອິດ. ກອງເລຂາແຫ່ງຊາດຂອງ 6 ປະເທດແລະ 6 ໜ່ວຍງານວິຊາການຮ່ວມເຊັ່ນໜ່ວຍງານການເຊື່ອມຈອດເປັນຕົ້ນ, ສູນປະຕິບັດງານ 3 ແຫ່ງຄືສູນຮ່ວມມືຊັບພະຍາກອນນ້ຳແລະອື່ນໆໄດ້ສ້າງຕັ້ງຂຶ້ນຕາມລຳດັບ. ສະແດງໃຫ້ເຫັນວ່າ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຄວາມຄືບໜ້າທຸກມື້, ໄດ້ຮັບຜົນສຳເລັດທຸກເດືອນແລະ ກ້າວຂຶ້ນສູ່ລະດັບໃໝ່ທຸກປີ.
ຈີນຈະດຳເນີນກິດຈະກຳ "ມອບແສງສະຫວ່າງ", "ມອບຄວາມຮັກ" ແລະ "ມອບຮອຍຍິ້ມ" ເພື່ອຜ່າຕັດໃຫ້ຜູ້ເປັນພະຍາດແກ່ນຕາຂຸ້ນ, ໂລກຫົວໃຈ ແລະຜົ້ງປາກຂອງບັນດາປະເທດຕາມແມ່ນ້ຳຂອງໂດຍບໍ່ເກັບຄ່າ, ແລະຈັດການແທກສາຍຕາ ແລະຕັດແວ່ນຕາໂດຍບໍ່ຕ້ອງເສຍຄ່າໃຫ້ນັກຮຽນໂຮງຮຽນມັດທະຍົມ ແລະປະຖົມ. ນອກຈາກນີ້, ຈີນຍັງຊ່ວຍປະເທດທີ່ກ່ຽນຂ້ອງປັບປຸງລະບົບບໍລິການທາງດ້ານສາທາລະນະສຸກ ແລະການແພດ ຄື ສ້າງໂຮງໝໍ, ຫ້ອງການສາທາລະນະສຸກ, ເປີດໂຄງການປະຊາຄົມບໍລິການທາງການແພດ, ໂຄງການສຸຂະພາບແມ່ຍິງ ແລະເດັກນ້ອຍ, ການຄົ້ນຄວ້າຮ່ວມກັນທາງການແພດ ແລະເພີ່ມທະວີການຮ່ວມມືໃນການເຜີຍແຜ່ແພດແຜນຈີນ. ຈີນຈະປະຕິບັດ "ແຜນການຫຼຸດຜ່ອນຄວາມທຸກຍາກ ແລະສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ", ໃນ 3 ປີຕໍ່ໜ້ານີ້, ຈະດຳເນີນໂຄງການຊ່ວຍເຫຼືອດ້ານການແພດ 100 ໂຄງການໃນບັນດາປະເທດແມ່ນ້ຳຂອງ. ພວກເຮົາຍິນດີຕ້ອນຮັບປະຊາຊົນບັນດາປະເທດຕາມລຳແມ່ນ້ຳຂອງເຂົ້າມາປິ່ນປົວຢູ່ຈີນ ແລະຍິນດີຕອບສະໜອງຄວາມສະດວກສະບາຍທຸກຢ່າງ.
ທ່ານຫຼີເຄີ້ຊຽງກ່າວວ່າ: ໃນສອງປີຜ່ານມາ, ມີນັກສຶກສາບັນດາປະເທດແມ່ນ້ຳຂອງ 1 ໝື່ນ 2 ພັນກວ່າຄົນໄດ້ຮັບທຶນການສຶກສາຂອງຈີນ ແລະມີພະນັກງານຫຼາຍກວ່າ 3 ພັນຄົນເຂົ້າຮ່ວມການຝຶກອົບຮົມໄລຍະສັ້ນຢູ່ຈີນ. ສູນອາຊີວະສຶກສາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຕັ້ງຂຶ້ນຢູ່ແຂວງຢຸນນານຈີນ ແລະໄດ້ຝຶກອົບຮົມປຸກຄະລາກອນເຕັກນິກວິຊາການຈາກ 5 ປະເທດຕາມແມ່ນ້ຳຂອງຫຼາຍກວ່າ 1 ໝື່ນຄົນ. ງານກິລາມິດຕະພາບຂອງນັກສຶກສາມະຫາວິທະຍາໄລແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ແຂວງຢຸນນານໃນເດືອນພຶດສະພາປີ 2017 ເຊິ່ງໄດ້ເພີ່ມຄວາມເຂົ້າໃຈ ແລະໄມຕີຈິດມິດຕະພາບຂອງຊາວໜຸ່ມບັນດາປະເທດ. ປີນີ້, ຈີນຈະຊ່ວຍພະນັກງານຂະແໜງການສຶກສາ 2000 ຄົນເຂົ້າຮ່ວມການຝຶກອົບຮົມໄລຍະສັ້ນ, ສະໜອງທຶນການສຶກສາລະດັບປະລິຍາຕີ 100 ທຶນ ແລະເຊີນເຈົ້າໜ້າທີ່ລະດັບກາງ ແລະສູງມາຮຽນຢູ່ຈີນໃນຂົງເຂດກະສິກຳ, ການແພດ, ສາທາລະນະສຸກ, ຊົນລະປະທານ ແລະອື່ນໆ.