ສະຖານທູດ ສປ ຈີນປະຈຳ ສປປ ລາວເປີດເຜີຍໃນວັນທີ 10 ມັງກອນນີ້ວ່າ, ພິທີເປີດນຳໃຊ້ຫ້ອງທົດລອງພະລັງງານໝູນວຽນຈີນ-ລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຫວ່າງກ່ອນນີ້ບໍ່ດົນ.
ຫ້ອງທົດລອງດັ່ງກ່າວໄດ້ຮັບການສະໜັບສະໜູນຈາກກະຊວງວິທະຍາສາດເຕັກໂນໂລຊີສອງປະເທດຈີນລາວ ແລະ ມະຫາວິທະຍາໄລສ້າງຄູຢຸນນານ ແລະ ສະຖາບັນຄົ້ນຄວ້າພະລັງງານໝູນວຽນ ແລະ ວັດຖຸໃໝ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວຮ່ວມກັນສ້າງ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກກະຊວງວິທະຍາສາດ-ເຕັກໂນໂລຊີຈີນ ແລະ ມີຈຸດປະສົງສະໜອງອຸປະກອນຕົວແບບດ້ານການທົດລອງພະລັງງານໝູນວຽນ ແລະ ຊ່ວຍອົບຮົມກໍ່ສ້າງວິຊາການໃນດ້ານນີ້ໃຫ້ແກ່ລາວ.
ທ່ານວາເວີນທຽນ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວ, ທ່ານບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວໄດ້ເຂົ້າຮ່ວມພິທີ ແລະ ຢ້ຽມຊົມຫ້ອງທົດລອງ, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນ ເພື່ອລົງເລິກການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງບັນຫາອືື່ນໆລະຫວ່າງສອງປະເທດຕື່ມອີກ.