ທ່ານຫຼີ​ເຄີ້​ສຽງ​ຮ່ວມ​ກັບ​ຜູ້​ນຳ 5 ປະ​ເທດ​ຮ່ວມ​ກັນ​ຖະ​ແຫຼງຂ່າວ
2018-01-11 11:06:19  cri 
ພາຍ​ຫຼັງ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນປະ​ເທດ​ກຳ​ປູ​ເຈຍ​ໃນ​ຕອນ​ບ່າຍ​ວັນ​ທີ 10 ມັງ​ກອນ​ນີ້​ແລ້ວ, ໄດ້​ຮ່ວມ​ກັບ​ທ່ານ​ຮຸນ​ເຊັນ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ປະ​ເທດ​ເຈົ້າ​ພາບ​ຮ່ວມກອງ​ປະ​ຊຸມ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ປ​ຣະ​​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ທ່ານ​ຫວ​ງຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ທ່ານ​ມິນ​ສ​ເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ໄດ້​ຮ່ວມ​ກັນ​​ຖະ​ແຫຼງ​ຂ່າວ ແລະ ເຜີຍ​ແຜ່​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສັບ​ສົນ​ໃນ​ປັດ​ຈຸ​ບັນ, ປະ​ເທດ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ຂອງ​ຕົນ ແລະ ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ເຊິ່ງ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ລຳ​ແມ່​ນ້ຳ​ເທົ່າ​ນັ້ນ, ກໍ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຢ່າງ​ຖາ​ວອນ​ຂອງ​ພາກ​ພື້ນ​ອີກ​ດ້ວຍ.

ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ​ນັບ​ແຕ່​ດຳ​ເນີນການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ຕະຫຼອດ​ເວ​ລາ 2 ປີ​ມາ​ນີ້, ການ​ຮ່ວມ​ມື​ລະ​ຫວ່າງ 6 ປະ​ເທດມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ​ ແລະ​ ເຊື່ອ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ 6 ປະ​ເທດ​ຈະ​ນັບ​ມື້​ດີ​ຂຶ້ນ ແລະ ຈະ​ນຳ​ເອົາ​ຄວາມ​ຜາ​ສຸກຫຼາຍກວ່າ​ເກົ່າ​ມາ​ໃຫ້​ປະ​ຊາ​ຊົນ​ພາກ​ພື້ນ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ພະ​ຍາ​ຍາມຮ່ວມ​ກັບ​ບັນ​ດາ​ຝ່າຍ ເພື່ອ​ເຮັດ​ໃຫ້​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກາຍ​ເປັນ​ແມ່​ນ້ຳ​ແຫ່ງ​ມິດ​ຕະ​ພາບ, ແມ່​ນ້ຳ​ແຫ່ງ​ການ​ຮ່ວມ​ມື ແລະ ແມ່​ນ້ຳ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ