ທ່ານຫຼີ​ເຄີ້​ສຽງກັບ​ຄືນ​ປະ​ເທດຫຼັງ​ສຳ​ເລັດ​ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ
2018-01-12 10:48:49  cri 

ພາຍຫຼັງ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ​ ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ແລ້ວ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ກັບ​ຄືນ​ນະ​ຄອນຫຼວງ​ປັກ​ກິ່ງ​ດ້ວຍ​ເຮືອ​ບິນ​ພິ​ເສດ​ໃນ​ຄືນ​ວັນ​ທີ 11 ມັງ​ກອນ​ນີ້.

ເຖິງວ່າທ່ານຫຼີ​ເຄີ້​ສຽງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຢູ່​ພະ​ນົມ​ເປັນ​ໃນ​ເວ​ລາ​ບໍ່​ເຖິງ 24 ຊົ່ວ​ໂມງ​ກໍ​ຕາມ, ແຕ່ກໍ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍ 20 ກວ່າ​ຄັ້ງ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ, ທ່ານຫຼີ​ເຄີ້​ສຽງ​ໄດ້​ເນັ້ນ​ວ່າ ຈີນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ກຳ​ປູ​ເຈຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ຈີນ​ຍິນ​ດີ ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ແລະປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃຫ້​ດີ​ຂຶ້ນ ແລະຖື​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ໂອ​ກາດ​ທີ່​ດີ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ. ສອງ​ຝ່າຍ​ຍັງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື 19 ສະ​ບັບ ແລະ​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ປະ​ກາດ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ທີ່​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​​ສາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ