ເດືອນພະຈິກປີ 2014, ໃນກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 17, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ລິເລີ່ມສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງໄດ້ຮັບການຕອບຮັບພ້ອມກັນຈາກບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ປີ 2015, ຈີນ,ກຳປູເຈຍ, ລາວ,ມຽນມາ,ໄທແລະຫວຽດນາມໄດ້ຮ່ວມກັນປະກາດຂໍ້ຕົກລົງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງເປັນການເປີດຂະບວນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ. ຕັ້ງແຕ່ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນເປັນຕົ້ນມາ, ຈີນແລະບັນດາປະເທດລຸ່ມແມ່ນ້ຳຂອງໄດ້ປະຕິບັດຕາມຫຼັກການປຶກສາຫາລືຮ່ວມກັນ,ສ້າງສາຮ່ວມກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ, ຊຸກຍູ້ການຮ່ວມມືຕ່າງໆໃນຂົງເຂດເສດຖະກິດການຄ້າໃຫ້ຕິດແທດຕົວຈິງ ແລະໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ.
ການຄ້າສິນຄ້າໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕີບໂຕຄືນຢ່າງວ່ອງໄວ ເຊິ່ງກາຍເປັນຈຸດເດັ່ນໃໝ່ຂອງການຮ່ວມມືຈີນ-ອາຊຽນ. ແຕ່ເດືອນມັງກອນຫາເດືອນພະຈິກປີ 2017 ຜ່ານມາ, ຍອດມູນຄ່າການຄ້າລະຫວ່າງຈີນກັບ 5 ປະເທດລຸ່ມແມ່ນ້ຳຂອງໄດ້ບັນລຸເຖິງ 200,94 ຕື້ໂດລາສະຫະລັດ ກວມຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນເຖິງ 43,3%, ໃນນີ້, ຈີນສົ່ງອອກສິນຄ້າໄປໃຫ້ 5 ປະເທດລຸ່ມແມ່ນ້ຳຂອງເຖິງ 112,94 ຕື້ໂດລາສະຫະລັດ, ກວມຍອດມູນຄ່າສົ່ງອອກສິນຄ້າໄປໃຫ້ອາຊຽນ 44,8%, ຂະນະທີ່ຈີນນຳເຂົ້າສິນຄ້າຈາກ 5 ປະເທດດັ່ງກ່າວມີມູນຄ່າເຖິງ 88 ຕື້ໂດລາສະຫະລັດ, ກວມຍອດມູນຄ່າການນຳເຂົ້າສິນຄ້າຈາກອາຊຽນເຖິງ 41,6%. ຂະນະດຽວກັນ, ມູນຄ່າການຄ້າລະຫວ່າງ ຈີນ-ຫວຽດນາມ, ຈີນ-ລາວແລະຈີນ-ກຳປູເຈຍກໍໄດ້ເພີ່ມຂຶ້ນຫຼາຍກວ່າ 20% ຕາມລຳດັບ ເຊິ່ງສູງກວ່າຈັງຫວະການເຕີບໂຕສະເລ່ຍຂອງການຄ້າກັບຕ່າງປະເທດຂອງຈີນຢ່າງຫຼວງຫຼາຍ.
ການທີ່ຈີນເປີດກວ້າງການລົງທຶນຢ່າງຕໍ່ເນື່ອງໄດ້ກາຍເປັນພະລັງຂັບເຄື່ອນໃໝ່ຂອງການເຕີບໂຕເສດຖະກິດຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ປັດຈຸບັນ, ຍອດມູນຄ່າການລົງທຶນຂອງຈີນຢູ່ປະເທດລຸ່ມແມ່ນ້ຳຂອງບໍ່ຫຼາຍປານໃດ, ແຕ່ໃນຊຸມປີມໍ່ໆມານີ້ໄດ້ເຕີບໂຕຂຶ້ນໄວສົມຄວນ. ໂດຍສະເພາະນັບແຕ່ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນເປັນຕົ້ນມາ, ຈີນແລະປະເທດລຸ່ມແມ່ນ້ຳຂອງໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານຄວາມສາມາດການຜະລິດ, ອອກຖະແຫຼງການຮ່ວມວ່າດ້ວຍການຮ່ວມມືດ້ານຄວາມສາມາດການຜະລິດ, ສົ່ງເສີມການຮ່ວມມືໃນຂະແໜງການພະລັງງານໄຟຟ້າ,ຕາໜ່າງເຄືອຂ່າຍໄຟຟ້າ,ລົດຍົນ, ການຫຼໍ່ ຫຼອມໂລຫະ,ວັດສະດຸກໍ່ສ້າງ,ອຸດສາຫະກຳຄວບຄູ່ຂະແໜງການແລະອື່ນໆ ເຊິ່ງໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ. ແຕ່ເດືອນມັງກອນຫາເດືອນພະຈິກປີ 2017 ຜ່ານມາ,ຈີນໄດ້ລົງທຶນໂດຍກົງຕໍ່ 5 ປະເທດລຸ່ມແມ່ນ້ຳຂອງເຊິ່ງບໍ່ລວມທັງການທະນາຄານບັນລຸເຖິງ 3,18 ຕື້ໂດລາສະຫະລັດ. ຈີນໄດ້ກາຍເປັນປະເທດທີ່ລົງທຶນຫຼາຍທີ່ສຸດຢູ່ກຳປູເຈຍ,ລາວແລະມຽນມາ. ຈີນລົງທຶນຢູ່ປະເທດລຸ່ມແມ່ນ້ຳຂອງຕົ້ນຕໍເນັ້ນໃສ່ຊັບພະຍາກອນພະລັງງານ, ພື້ນຖານໂຄງລ່າງແລະຂະແໜງການຜະລິດ ເຊິ່ງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ,ສ້າງວຽກເຮັດງານທຳແລະຊຸກຍູ້ການເຕີບໂຕເສດຖະກິດຂອງປະເທດລຸ່ມແມ່ນ້ຳຂອງ.
ໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເຊິ່ງໄດ້ຊຸກຍູ້ການຮ່ວມມືໂຄງການຮັບເໝົາໃຫ້ໄດ້ຮັບການພັດທະນາໃໝ່. ໄປພ້ອມໆກັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ"ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຄືບໜ້າຢ່າງຕິດແທດຕົວຈິງ,ຈີນແລະປະເທດລຸ່ມແມ່ນ້ຳຂອງໄດ້ປະຕິບັດໂຄງການຈຳນວນໜຶ່ງທີ່ໄດ້ຮັບຜົນສຳເລັດເບື້ອງຕົ້ນເຊັ່ນ ພື້ນຖານໂຄງລ່າງ,ການສ້າງເຂດນິຄົມ, ກະສິກຳ, ພະລັງງານໄຟຟ້າ,ໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນແລະອື່ນໆ ໄດ້ເຮັດໃຫ້ການຮ່ວມມືລະຫວ່າງຈີນກັບປະເທດເຫຼົ່ານີ້ໃນດ້ານຮັບເໝົາໂຄງການແລະການຮ່ວມມືດ້ານແຮງງານໄດ້ຮັກສາທ່ວງທ່າຂະຫຍາຍຕົວຢ່າງວ່ອງໄວ. ປີ 2016, ຈີນໄດ້ເຊັນສັນຍາຮັບເໝົາໂຄງການກັບ 5 ປະເທດລຸ່ມແມ່ນ້ຳຂອງ 1409 ສະບັບ ລວມມູນຄ່າ 19,28 ຕື້ໂດລາສະຫະລັດ, ກວມຍອດຈຳນວນສັນຍາໃໝ່ລະຫວ່າງຈີນກັບອາຊຽນ 62,7%. ປີດຽວກັນ, ຈີນໄດ້ເຊັນສັນຍາແຮງງານກັບ 5 ປະເທດລຸ່ມແມ່ນ້ຳຂອງເພີ່ມໃໝ່ໃນມູນຄ່າເງິນເດືອນ 50 ລ້ານ 3 ແສນໂດລາສະຫະລັດ, ກວມຍອດມູນຄ່າເງິນເດືອນໃນສັນຍາແຮງງານເພີ່ມໃໝ່ລະຫວ່າງຈີນກັບອາຊຽນ 6,6%, ແຮງງານໃນສັນຍາມີລາຍໄດ້ຕົວຈິງເຖິງ 54 ລ້ານ 9 ແສນ 9 ໝື່ນໂດລາ.
ເຂດການຮ່ວມມືເສດຖະກິດຂ້າມຊາດຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະໄດ້ກາຍເປັນເວທີໃໝ່ໃນການລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ເສດຖະກິດຂ້າມຊາດເປັນໜຶ່ງໃນ 5 ຂົງເຂດການຮ່ວມມືບຸລິມະສິດໃນກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບຄວາມຄືບໜ້າທີ່ດີພາຍໃຕ້ການຊຸກຍູ້ຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນ ແລະຫວຽດນາມໄດ້ເຊັນ "ບົດບັນທຶກກ່ຽວກັບສົ່ງເສີມຂະບວນການເຈລະຈາຂອບສັນຍາການກໍ່ສ້າງເຂດການຮ່ວມມືເສດຖະກິດຂ້າມຊາດຈີນ-ຫວຽດນາມ" ໃນເດືອນພະຈິກປີ 2017. ການກໍ່ສ້າງເຂດການຮ່ວມມືເສດຖະກິດຂ້າມຊາດລະຫວ່າງຈີນ-ລາວ ແລະຈີນ-ມຽນມາໄດ້ມີຄວາມໝາຍຕົວຈິງ, ຈີນ ແລະລາວໄດ້ເຊັນສັນຍາ "ແຜນການລວມການກໍ່ສ້າງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນຈີນ-ລາວ" ແລະ "ແຜນການລວມ", ການສ້າງເຂດການຮ່ວມມືເສດຖະກິດຂ້າມຊາດຣຸ້ຍລີ້-ມຸເຈຈີນ-ມຽນມາກໍເລັ່ງລັດໄຍຂຶ້ນ, ພ້ອມທັງສະເໜີການສ້າງເຂດການຮ່ວມມືເສດຖະກິດຂ້າມຊາດຈີນ-ລາວ-ຫວຽດນາມອີກດ້ວຍ.
ການເຊື່ອມຈອດພື້ນຖານໂຄງລ່າງໄດ້ຮັບໝາກຜົນຢ່າງຫຼວງຫຼາຍ ເຊິ່ງເປັນການສະໜັບສະໜູນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນບໍ່ພຽງແຕ່ຊຸກຍູ້ການເຊື່ອມຈອດກັນຂອງຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະແຜນການລວມການເຊື່ອມຈອດຂອງອາຊຽນຂະນະດຽວກັນກໍ (ຮ່ວມກັບ 5 ປະເທດລຸ່ມແມ່ນ້ຳຂອງ) ຕັ້ງໜ້າຊຸກຍູ້ການເຊື່ອມຈອດແຜນຕ່າງໆໃນການພັດທະນາເສດຖະກິດ ແລະພື້ນຖານໂຄງລ່າງ ແລະພາຍໃຕ້ການຊຸກຍູ້ຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ປັດຈຸບັນນີ້, ທາງຫຼວງຄຸນມິງ-ບາງກອກໄດ້ສຳເລັດການກໍ່ສ້າງແລ້ວ, ຕາມການກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ ແລະຈີນ-ໄທ, ເສັ້ນທາງລົດໄຟທົ່ວອາຊີທີ່ເຊື່ອມຈອດບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃກ້ຈະເປັນຈິງ. ໃນດ້ານຂົນສົ່ງທາງນ້ຳ, ໄດ້ເປີດໂຄງການປັບປຸງໄລຍະທີສອງການຂົນສົ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງຈະຍົກສູງຄວາມສາມາດຂົນສົ່ງທາງນ້ຳ. ໃນດ້ານການບິນ, ນັບແຕ່ເດືອນມີນາປີ 2016 ເປັນຕົ້ນມາ, ບໍລິສັດການບິນພາຍໃນປະເທດຈີນໄດ້ເປີດເສັ້ນທາງການບິນໃໝ່ກັບບັນດາປະເທດແມ່ນ້ຳຂອງ 183 ສາຍ, ບັນດາປະເທດແມ່ນ້ຳຂອງໄດ້ເປີດເສັ້ນທາງການບິນໃໝ່ກັບຈີນ 149 ສາຍ. ມາຮອດປັດຈຸບັນນີ້, ແຕ່ລະອາທິດຈີນມີເຮືອບິນໄປບັນດາປະເທດແມ່ນ້ຳຂອງ 1695 ຖ້ຽວ ແລະບັນດາປະເທດແມ່ນ້ຳຂອງມີເຮືອບິນມາຈີນ 866 ຖ້ຽວ ສະແດງໃຫ້ເຫັນວ່າເສັ້ນທາງການບິນຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງນັບມື້ນັບເພີ່ມຂຶ້ນ.
ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີບົດບາດສຳຄັນຫຼາຍໃນການເສີມຂະຫຍາຍການສົ່ງເສີມການພັດທະນາເສດຖະກິດ ແລະສ້າງຜົນປະໂຫຍດໃຫ້ປະຊາຊົນ, ຮູບແບບການຮ່ວມມືຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍຈະກາຍເປັນຕົວຢ່າງໃໝ່ຂອງການຮ່ວມມືເສດຖະກິດໃນເຂດອາຊີອີກດ້ວຍ.