​ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ຂອງ​ຈີນ​ໃນ​ປີ 2017 ບັນ​ລຸ 27.790 ຕື້ຢວນ
2018-01-12 15:47:35  cri 
ຕາມ​ສະ​ຖິ​ຕິຫຼ້າ​ສຸດ​ທີ່​ອົງ​ການ​ດ່ານ​ພາ​ສີ​ຈີນ​ເປີດ​ເຜີ​ຍ​ໃນ​ວັນ​ທີ 12 ມັງ​ກອນ​ນີ້, ປີ 2017 ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ຂອງ​ຈີນ​ບັນ​ລຸ​ເຖິງ 27.790 ຕື້ຢວນ, ເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​ໃສ່​ປີ 2016 ຫຼັງ​ໄດ້ຫຼຸດ​ລົງ​ 2 ປີ​ລຽນ​ຕິ.

ທ່ານ​ຫວງ​ຊົ້ງ​ຜິງ ໂຄ​ສົກ​ອົງ​ການ​ດ່ານ​ພາ​ສີ​ຈີນ​ເປີດ​ເຜີຍ​ວ່າ, ປີ 2017 ຜ່ານ​ມາ, ການ​ຄ້າ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 10,8% ເມື່ອ​ທຽບ​ໃສ່​ປີ 2016 ແລະ​ການ​ນຳ​ເຂົ້າ​ສິນ​ຄ້າ​ເພີ່ມ​ຂຶ້ນ 18,7%, ບັນ​ລຸ​ການ​ເກີນ​ດຸນ​ການ​ຄ້າ 2870 ຕື້ຢວນ. ນອກ​ນີ້, ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ລິ​ກາ​ແລະ​ອາ​ຊຽນ​ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ, ນັບ​ລວມ​ແລ້ວ​ໄດ້​ກວມຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນກວ່າ 40% . ຂະ​ນະ​ດຽວ​ກັນ, ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້​ເພີ່ມ​ຂຶ້ນ 23,9%, ການ​ຄ້າ​ລະ​ຫວ່າງຈີນ​ກັບໂປ​ໂລຍ ເພີ່ມ​ຂຶ້ນ 23,4%, ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ກາ​ຊັກ​ສະ​ຖານ 40,7% ເຊິ່ງ​ລ້ວນ​ແຕ່​ ​ສູງກວ່າ​ຈັງ​ຫະ​ການ​ເຕີບ​ໂຕ​ລວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ