ຈີນ​ສົ່ງ​ດາວ​ທຽມ​ນຳ​ທາງເປີຍ​ໂຕວ 3 ​ສອງດວງຂຶ້ນ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ
2018-01-12 17:04:01  cri 
ເວ​ລາ 7 ໂມງ 18 ນາ​ທີ​ຂອງວັນ​ທີ 12 ມັງ​ກອນ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຢູ່​​ຖານສົ່ງ​ດາວ​ທຽມ​ຊີ່​ຊ່າງ​ຂອງ​ຈີນ ໄດ້​ສົ່ງ​ດາວ​ທຽມ​ນຳ​ທາງ​ເປີຍ​ໂຕວດວງ​ທີ 26 ແລະ 27 ຢ່າງ​ສຳ​ເລັດ​ຜົນ​ດ້ວຍ​​ຈະ​ຫຼວດ​ສົ່ງ​ຍານຊາງ​ເຈີ່ງ B ​ເລກ 3.

ດາວ​ທຽມ​ສອງດວງ​ດັ່ງ​ກ່າວ​ແມ່ນ​ດາວ​ທຽມ​ວົງ​ໂຄ​ຈອນໂລກ​​ກົມ​ກາງ, ​ແລະແມ່ນ​ດາວ​ທຽມ​​ນຳ​ທາງດວງ​ທີ 3 ແລະ​ທີ 4 ຂອງ​ໂຄງ​ການ​ດາວ​ທຽມ​ເປີຍ​ໂຕວ 3 ຂອງ​ຈີນ. ການ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້​ແມ່ນ​ການ​ສົ່ງ​ດາວ​ທຽມ​ຄັ້ງ​ທຳ​ອິດຂອງ​ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕວ​​ໃນ​ປີ 2018, ເຊິ່ງ​ເປັນ​ການເປີດ​ສາກ​ການ​ຍິງ​ສົ່ງ​ດາວ​ທຽມ​​ຢ່າງ​ຖີ່​ໃນປີນີ້​ຢ່າງ​ເປັນ​ທາງ​ການ.

ຫຼັງ​ຈາກ​ດາວ​ທຽມ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ແລ້ວ, ຜ່ານ​ການ​ກວດ​ກາ​ວັດ​ແທ​ກ​ແລະກວດ​ສອບ​ຢືນ​ຢັນ​ການ​ປະ​ກອບ​ເປັນ​ເຄືອ​ຂ່າຍແລ້ວ ​ກໍ​ຈະ​ໃຫ້​ບໍ​ລິ​ການ​ຕໍ່​​ພາຍນອກ. ຕາມ​ແຜນ​ການແລ້ວ, ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕວ​ຈະ​ໃຫ້​ບໍ​ລິ​ການ​ແກ່​ປະ​ເທດ​ຢູ່​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໄດ້​ໃນ​ທ້າຍ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ