ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 19 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ມັງ​ກອນ​ນີ້
2018-01-12 17:29:59  cri 
ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 12 ມັງ​ກອນ​ນີ້ເພື່ອ, ເພື່ອຄົ້ນ​ຄວ້າ​ຂໍ້​​ສະ​ເໜີກ່ຽວ​ກັບ​ການ​ດັດແກ້​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຈຳ​ນວນ​ໜຶ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ຕົກ​ລົງ​ຈະ​ຈັດກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 19 ​ແຕ່ວັນ​ທີ 18 ຫາ​ວັນ​ທີ 19 ມັງ​ກອນ​ນີ້.

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ຟັງ​ສະ​ພາບ​ການ​ທີ່​ເກັບ​ກຳ​ຄຳ​ຄິດ​ເຫັນ​ຈາກ​ສະ​ມາ​ຊິກ​ພັກ​ແລະ​ປະ​ຊາ​ຊົນ​ຕໍ່ "ຂໍ້​ສະ​ເໜີກ່ຽວ​ກັບ​​ການ​ດັດແກ້​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ຈຳ​ນວນ​ໜຶ່ງ​ຂອງ​ສູນ​ກາງ​ພັກ", ຕົກ​ລົງ​ສົ່ງ​ເອ​ກະ​ສານ​ສະ​ບັບ​​ດັດ​ແກ້​ໃຫ້​ແກ່ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 19 ພິ​ຈາ​ລະ​ລາ​ໂດຍ​ອີງ​ຕາມ​ຜົນ​ການ​ປຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ