ການວາງສະແດງຮູບພາບລະນຶກຈີນກຳປູເຈຍສ້າງສາຍສຳພັນທາງການທູດຄົບຮອບ 60 ປີທີ່ມີຫົວຂໍ້ວ່າ "ມິດຕະພາບທີ່ມີມູນເຊື້ອ ແລະ ໝັ້ນຄັງຂະໜົງແກ່ນຕະຫຼອດກາລະນານ" ໄດ້ຈັດຂຶ້ນຢູ່ທຳນຽບນາຍົກລັດຖະມົນຕີກຳປູເຈຍໃນວັນທີ 11 ມັງກອນນີ້.
ການວາງສະແດງຄັ້ງນີ້ໄດ້ຄັດເລືອກເອົາຮູບພາບທີ່ມີຄວາມໝາຍສຳຄັນທາງປະຫວັດສາດທີ່ລ້ຳຄ່າ 36 ໃບ ທີ່ໄດ້ສ່ອງແສງເຖິງໄລຍະສຳຄັນ ແລະ ພາບທີ່ປະທັບໃຈແຫ່ງການໄປມາຫາສູ່ລະຫວ່າງສອງປະເທດຈີນກຳປູເຈຍໃນ 60 ປີຜ່ານມານີ້.
ນອກຈາກວາງສະແດງຢູ່ນະຄອນຫຼວງພະນົມເປັນແລ້ວ, ຍັງຈະໄປວາງສະແດງຢູ່ຫຼາຍແຂວງຂອງກຳປູເຈຍ ເພື່ອໃຫ້ປະຊາຊົນກຳປູເຈຍຮັບຮູ້ເຖິງເລື່ອງຈິງທາງປະຫວັດສາດທີ່ສ່ອງແສງເຖິງມິດຕະພາບຈີນກຳປູເຈຍ.