ການ​ພິມ​ຈຳ​ໜ່າຍ​ປຶ້​ມ "​ ຄຳ​ເຫັນ​ຂອງ​ທ່ານສີ​ຈິ້ນ​ຜິງ ​ກ່ຽວ​ກັບການ​ປົກ​ຄອງ​ປະ​ເທດ ແລະ ​ການ​ຄຸ້ມ​ຄອງ​ລັດ" ເຫຼັ້ມ​ທີ​ 2 ​ບັນ​ລຸກວ່າ 10 ລ້ານ​ຫົວ
2018-01-13 16:37:27  cri 
​ປຶ້ມ"​ ​ຄຳ​ເຫັນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ກ່ຽວ​ກັບການ​ປົກ​ຄອງ​ປະ​ເທດ ແລະ ການ​ຄຸ້ມ​ຄອງ​ລັດ" ເຫຼັ້ມ​ທີ​ 2  ​ທີ່ພິມ​ເປັນ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງ​ກິດ ໂດຍ​ສຳ​ນັກ​ພິມ​​ຈຳ​ໜ່າຍພາ​ສາ​ຕ່າງ​ປະ​ເທດ​ຈີນ ໄດ້​ເລີ່ມ​ພິມ​ຈຳ​ໜ່າຍ​ຕໍ່ພາຍ​ໃນແລະ​ຕ່າງ​ປະ​ເທດ​ໃນວັນ​ທີ 7 ພະ​ຈິກ​ປີ 2017. ​ແລະມາ​ຮອດ​ວັນ​ທີ 12 ມັງ​ກອນ​ນີ້, ​ໄດ້​ພິມ​ຈຳ​ໜ່າຍ​ຫຼາຍກວ່າ 10 ລ້ານ​ຫົວ​ແລ້ວ.

ປຶ້ມ​ດັ່ງ​ກ່າວ​ໄດ້ບັນ​ທຶກຄຳ​ປາ​ໄສ,ຄຳ​​ເຫັນ,​ຄຳ​ປາ​ຖະ​ກະ​ຖາ,ຄຳ​ຊີ້​​ນຳ,ໂທ​ລະ​ເລກ​ຊົມ​ເຊີຍ​ແລະ​ອື່ນໆທັງ​ໝົດ 99 ບົດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໃນ​ໄລ​ຍະ​ແຕ່​ວັນ​ທີ 18 ສິງ​ຫາ​ປີ 2014 ຫາ​ວັນ​ທີ 29 ກັນ​ຍາ​ປີ 2017 ຜ່ານ​ມາ ໂດຍ​ໄດ້​ແບ່ງ​ເປັນ​ 17 ຫົວ​ຂໍ້​ສະ​ເພາະ ​ເຊິ່ງ​ເນື້ອ​ໃນ​ເຫຼົ່າ​ນີ້ໄດ້​ບັນ​​ທຶກພຶດ​ຕິ​ກຳທີ່​ຍິ່ງ​ໃຫຍ່​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ໃຈ​ກາງ ​ສາ​ມັກ​ຄີ​ແລະ​ນຳ​ພາ​ທົ່ວ​ພັກ​ແລະປະ​ຊາ​ຊົນ​​ບັນ​ດ​າ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຍຶດ​ໝັ້ນ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທິດ​ທາງ​ການ​ພັດ​ທະ​ນາ​ແລະ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ ສີ​ຈິ້ນ​ຜິງ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ຕິ​ປັນ​ຍາ​ແລະ​ແຜນ​ການ​ຂອງ​ຈີນ​ທີ່​ພັກ​ກອມ​ມູ​ນິດ​ຈີນ​​ປະ​ກອບ​ສ່ວນ​ຕໍ່​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ ແລະ​ຊຸກ​ຍູ້​ພາ​ລະ​ກິດ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ.

ນອກ​ຈາກ​ໄດ້​ພິມ​ຈຳ​ໜ່າຍເປັນ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງ​ກິດ​ແລ້ວ, ປຶ້ມ​ດັ່ງ​ກ່າວ​ຍັງ​ຈະ​ພິມ​ເປັນ​ຫຼາຍ​ພາ​ສາ​ອື່ນ​ຕາມ​ລຳ​ດັບ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ