ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2018-01-14 17:41:08  cri 
ຕາມ​ຂ່າວcri:ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ເຊີ​ເກ​ ຣີ​ຢັບ​ໂຄ​ຟ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ກ່າວ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ຂອງ​ຣັດ​ເຊຍ​ວ່າ, ຣັດ​ເຊຍ​ໄດ້​ຕີ​ລາ​ຄາ​ຕ່ຳ​ສຸດ​ຕໍ່​ຖະ​ແຫຼງ​ການ​ກ່ຽວ​ກັບ​ສັນ​ຍາວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ທີ່​ອອກ​ໂດຍ​ທ່ານ​ໂດ​ນານ ທ​ຣຳ, ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ລິ​ກາໃນ​ວັນ​ທີ 12 ມັງ​ກອນ​ນີ້, ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ສືບ​ຕໍ່​ເຄົາ​ລົບ​ສັນ​ຍາ​ສະ​ບັບ​ນີ້.

ຂ່າວ​ສານ​ວິ​ຕາ​ຕັ​ສ​ຂອງ​ຣັດ​ເຊຍ(ITAR-TASS)ລາຍ​ງານໃນ​ວັນ​ທີ 13 ມັງ​ກອນ​ນີ້​ວ່າ, ທ່ານ​ເຊີ​ເກ ຣີ​ຢັບ​ໂຄ​ຟ​ກ່າວ​ວ່າ, ສັນ​ຍາ​ຮອບດ້ານ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ແມ່ນ​ສັນ​ຍາ​ຖືກ​ຕ້ອງ​ແລະ​ມີ​ຜົນ​ສັກ​ສິດ​ທີ່​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ຝ່າຍ​ຕ່າງໆ​ມີຢ່າງ​ສະ​ເໝີ​ພາບ, ແຕ່​ວ່າ​ຍ້ອນ​ມີ​ປັດ​ໄຈ​ດ້ານ​ອະ​ຕະ​ວິ​ໄນ​ຂອງ​ອາ​ເມ​ລິ​ກາ​ແລະບັງ​ຊົນ​ຊັ້ນ​​ອາ​ເມ​ລິ​ກາຖື​ອີ​ຣານ​ເປັນ​ສັດ​ຕູ, ເຈິ່ງ​ເຮັດ​ໃຫ້​ສັນ​ຍາ​ສະ​ບັບ​ນີ້​ໄດ້​ຮັບ​ຄວາມ​ສົງ​ໄສຈາກ​ອາ​ເມ​ລິ​ກາ.

ກ່ຽວ​ກັບ​ການ​ສະ​ແດງ​ທ່າ​ທີ​ຈາກ​ທ່ານ​ໂດ​ນານ ທ​ຣັມ​ປ໌​ ​ທີ່​ໄດ້ຮຽກ​ຮ້ອງ​ໃຫ້ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ແລະ​ຝ່າຍ​ເຊັນ​ສັນ​ຍາ​ຂອງ​ເອີ​ຣົບ​ມີ​ຄວາມ​ເຫັນ​ດີ​ໃນ​ການ​ປັບ​ປຸ​ງ​ມາດ​ຕາ​ຈຳ​ນວນ​ໜຶ່ງ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ, ທ່ານ​ເຊີ​ແກ ຣີ​ຢາ​ໂຄ​ຟ​ກ່າວ​ວ່າ, ສັນ​ຍາ​ສະ​ບັບ​ນີ້​ບໍ່​ຄວນ​ຖືກ​ປັບ​ປຸງ, ຣັດ​ເຊຍ​ຈະ​ຄັດ​ຄ້ານ​ບໍ່​ໃຫ້​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ເປັນ​ແບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ