ຕອນເຊົ້າວັນທີ 13 ມັງກອນນີ້, ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ອັດລົງຢູ່ປັກກິ່ງ. ຖະແຫຼງການທີ່ຜ່ານຮັບຮອງໃນກອງປະຊຸມຂຽນວ່າ, ຕ້ອງຍຶດໝັ້ນການປົກຄອງພັກຢ່າງເຂັ້ມງວດຕະຫຼອດໄປ, ພະຍາຍາມຍາດເອົາຜົນສຳເລັດດ້ານຍຸດທະສາດໃຫຍ່ຫຼວງກວ່າເກົ່າທາງດ້ານການປົກຄອງພັກຢ່າງເຂັ້ມງວດຮອບດ້ານ.
ກອງປະຊຸມກ່າວເນັ້ນວ່າ, ຕ້ອງຖືການສ້າງສາການເມືອງຂອງພັກເປັນວຽກອັນດັບໜຶ່ງ. ເດັດດ່ຽວກຳຈັດພວກທີ່ບໍ່ຈົງຮັກພັກດີແລະບໍ່ຊື່ສັດຕໍ່ພັກ, ໃນເວລາຄັດເລືອກແລະໃຊ້ພະນັກງານ ຕ້ອງພິຈາລະນາທາງດ້ານການເມືອງ, ບໍລິສຸດແລະພາບພົບຢ່າງເຂັ້ມງວດ, ປັບປຸງລະບົບນິເວດດ້ານການເມືອງພາຍໃນພັກໃຫ້ຂາວສະອາດຢ່າງຮອບດ້ານ. ພ້ອມກັນນັ້ນ, ຕ້ອງຊຸກຍູ້ການປະຕິຮູບລະບົບຕິດຕາມກວດກາຂອງລັດຢ່າງຮອບດ້ານ. ສ້າງລະບົບຕິດຕາມກວດກາທີ່ພັກບັນຊາການຢ່າງເປັນເອກະພາບກັນ ປົກຄຸມຢ່າງຮອບດ້ານພ້ອມທັງມີອິດທິພົນແລະປະສິດທິພາບສູງ, ຕິດຕາມກວດກາພະນັກງານລັດຖະກອນທີ່ເຮັດວຽກຢູ່ພາກສ່ວນລັດຖະບານແລະອົງການປົກຄອງທຸກຂັ້ນຢ່າງຮອບດ້ານ. ນອກນັ້ນ, ຕ້ອງປັບປຸງແລະເປີດກວ້າງການປະຕິບັດຕາມໝາກຜົນທາງຈິດໃຈຂອງຂໍ້ກຳນົດ 8 ຂໍ້ຂອງສູນກາງພັກ.
ໃນເວລາຈັດວາງວຽກງານຕິດຕາມກວດກາລະບຽບວິໄນໃນປີ 2018, ກອງປະຊຸມຍັງກ່າວເນັ້ນວ່າ, ຕ້ອງສຳຫຼວດຄະດີສໍ້ລາດບັງຫຼວງທີ່ກ່ຽວພັນເຖິງບັນຫາການເມືອງແລະບັນຫາເສດຖະກິດຢ່າງເປັນຈຸດໜັກ, ອອກແຮງແກ້ໄຂບັນຫາສໍ້ລາດບັງຫຼວງ. ຕ້ອງເດັດດ່ຽວແກ້ໄຂບັນຫາສໍ້ລາດບັງຫຼວງທີ່ຢູ່ໃກ້ຊິດກັບປະຊາຊົນ. ດຳເນີນການສຳຫຼວດສະເພາະຕໍ່ບັນຫາສໍ້ລາດບັງຫຼວງແລະບັນຫາແບບແຜນໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ. ເອົາການລົງໂທດການສໍ້ລາດບັງຫຼວງຢູ່ຂັ້ນຮາກຖານກັບການກຳຈັດກຳລັງມືດປະສົມປະສານກັນ, ເດັດດ່ຽວກຳຈັດ "ການປົກປ້ອງກຳລັງມືດ".