ອັດກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ຂອງຄະ​ນະ​ກຳ​ມະ​ການກວດ​ກາລະ​ບຽບ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19
2018-01-14 17:55:59  cri 
ແຕ່​ວັນ​ທີ 11 ຫາ​ວັນ​ທີ 13 ມັງ​ກອນ​ນີ້, ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ຂອງຄະ​ນະ​ກຳ​ມະ​ການກວດ​ກາລະ​ບຽບ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ແລະໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ມັງ​ກອນ​ນີ້.

ກອງ​ປະ​ຊຸມ​ກ່າວ​ເນັ້ນ​ວ່າ, ​ຕ້ອງ​ຖື​ແນວ​ຄິດ​ສ້າງ​ສາສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງຈີນ​​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ເປັນ​ການ​ຊີ້​ນຳ, ປະ​ຕິ​ບັດ​ຕາມ​ການ​ຈັດ​ວາງ​ດ້ານຍຸດ​ທະ​ສາດ​ທີ່​ຕົກ​ລົງ​ໃນ​ກ​ອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ໝູນ​ອ້ອມ​ການ​ປົກ​ປັກ​ຮັກ​ສາ​ຖາ​ນະ​ທີ່​ເປັນ​ແກນ​ກາງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ໃນ​ສູນ​ກາງ​ພັກ​ແລະ​ທົ່ວ​ພັກ, ໝູນ​ອ້ອມ​​ການ​ປົກ​ປັກຮັກ​ສາອຳ​ນາດ​ອິດ​ທິ​ພົນແລະ​ການ​ນຳ​ພາ​ແບບ​ໂຮມ​ສູນ​ແລະ​ເປັນ​ເອ​ກະ​ພາ​ບ​ກັນ​ຂອງ​ສູນ​ກາງ​ພັກ​, ຍຶດ​ໝັ້ນ​ພັກ​ຄຸ້ມ​ຄອງ​ພັກ​ແລະ​ປົກ​ຄອງ​ພັກຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ຍຶດ​ໝັ້ນ​​ຮູບ​ການ​ລວມ​ຂອງວຽກ​ງານ​ຕ່າງໆ​ທີ່​ສະ​ແຫວງ​ຫາ​ຄວາມ​ກ້າວ​ໜ້າ​ຢ່າງ​ໜັກ​ແໜ້ນ, ຕິດ​ຕາມກວດ​ກາ​​ສະ​ພາ​ບການ​ປະ​ຕິ​ບັດ​ກົດ​ລະ​ບຽ​ບ​ຂອງ​ພັກ​ແລະ​ຈິດໃຈ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ, ຖື​ການ​ສ້າງ​ສາ​ການ​ເມືອງ​ຂອງ​ພັກ​ເປັນ​ຫຼັກ, ຊຸກ​ຍູ້​ການ​ສ້າງ​ສາ​​ທຸກ​ດ້ານ​ຕ່າງໆ​ຂອງ​ພັກ​ຢ່າງ​ຮອບ​ດ້ານ, ລົງ​ເລິກ​ການ​ປະ​ຕິ​ຮູບລະ​​ບົບ​ຕິດ​ຕາມກວດ​ກາ​​ແຫ່ງ​ລັດ, ຍຶດ​ໝັ້ນການຄວບ​ຄຸມ​ລະ​ບຽບ​ວິ​ໄນ​ຢ່າງ​ເຂັ້ມ​ງວດ, ລົງ​ເລິກຊຸກ​ຍູ້​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ສ້າງ​​ລະ​ບົບ​ນິ​ເວດ​ດ້ານ​ການ​ເມືອງ​ທີ່​ປອດ​ໄສ​ໄຮ້​ມົນ​ທິນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ກວດ​ກາ​ຕໍ່​ຕົນເອງ, ຮັບ​ການ​ຕິດ​ຕາມກວດ​ກາ​ຢ່າງ​ເປັນ​ເຈົ້າ​ການ, ສ້າງ​​ຖັນ​ແຖວ​ພະ​ນັກ​ງານ​ຕິດ​ຕາມກວດ​ກາ​ລະ​ບຽບ​ວິ​ໄນ​ທີ່​​ຈົງ​ຮັກ​ພັກ​ດີ, ບໍ​ລິ​ສຸດ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ, ເພື່ອ​ສະ​ໜອງ​ສິ່ງ​ຮັບ​ປະ​ກັນ​ຢ່າງ​ແຂງ​​ແຮງໃຫ້​​ແກ່ການ​​ສູ້​ຊົນສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານໃນ​ໄລ​ຍະ​ສຸດ​ທ້າຍໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ