ຄຳ​ເຫັນ​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ ​ດຶງ​ຄວາມ​ສົນ​ໃຈ​ຈາກ​ໂລກ
2018-01-16 16:29:38  cri 

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ປະກອບ​ຄຳ​ເຫັນ​ທີ່​ສຳຄັນ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 2 ຂອງຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ​ຊຸດ​ທີ 19 ​ໃນ​ວັນ​ທີ 11 ມັງກອນ​ນີ້ ​ໂດຍ​ເນັ້ນການ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມງວດ​ແລະ​ຮອບດ້ານ ​ແລະ ປະຕິບັດ​ໃຫ້​ກ້າວ​ສູ່​ລວງ​ເລິກ​ດ້ວຍ​ທັດສະນະ​ຄະຕິທີ່​ໜັກ​ແໜ້ນ, ສ້າງ​ສະຖານະ​ການ​ໃໝ່​ແຫ່ງ​ການ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມງວດ​ແລະ​ຮອບດ້ານ. ຜູ້​ຊ່ຽວຊານ ​ແລະ ນັກວິຊາການ​ຕ່າງປະ​ເທດ​​ຕ່າງ​ກໍສົນ​ໃຈ​ນຳຄຳ​ເຫັນທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ສູນ​ທອນ ຄັນທະ​ວົງ ອຳນວຍ​ການ​ໃຫຍ່ສຳນັກງານ​ຂ່າວສານ​ປະ​ເທດ​ລາວ ກ່າວ​ວ່າ: ພັກ​ກອມ​ມູນິດ​ຈີນ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມງວດ​ແລະ​ຮອບດ້ານ, ອົບຮົມ​ສ້າງ​ຖັນ​ແຖວ​ສະມາຊິກ​ພັກ​ໃຫ້​ມີ​ຄຸນ​ທາດ​ທາງ​ດ້ານການ​ເມືອງທີ່​ໜັກ​ແໜ້ນ ບົດຮຽນ​ດັ່ງກ່າວ​ໄດ້​ກາຍ​ເປັນແບບຢ່າງ​ທີ່​ດີ​ຕໍ່​ພັກ​ການ​ເມືອງ​ຕ່າງໆ​ຂອງ​ບັນດາ​ປະ​ເທດ.

ທ່ານ​ຫວູດາຍ​ລຸກ ຫົວໜ້າ​ສູນ​ເສ​ດຖະກິດ​ອາຊີ​ປາຊີ​ຟິກຫວຽດນາມ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ​ຂ່າວ​ກ່ຽວ​ກັບການ​ຄຸ້ມຄອງ​ບໍລິຫານ​ພັກ​ຢ່າງຮອບດ້ານ ​ແລະ ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງ​ເຂັ້ມງວດ​ຂອງພັກ​ກອມ​ມູນິດ​ຈີນ ​ໄດ້​ເປັນ​ຂ່າວສຳຄັນ​ທີ່​ລຽງ​ຢູ່​ແຖວ​ໜ້າຂອງ​ສື່​ມວນ​ຊົນ​ຫວຽດນາມ​​ໃນໄລຍະ​ໜຶ່ງ ​ແລະ​ພາ​ໃຫ້​ມີ​ຄວາມ​ສົນ​ໃຈ​ໂດຍ​ທົ່ວ​ໄປ. ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ຈີນມີ​ບົດບາດ​​ໃນ​ການເປັນ​ແວ່ນ​ແຍງ ​ເຊິ່ງ​ສາມາດເຮັດ​ໃຫ້ບັນດາ​ສະມາຊິກ​ພັກ​ກອມ​ມູນິດ​ຖື​ເປັນ​ແວ່ນ​ແຍງ, "ປັບ​ໂສ້ງ​ເສື້ອ​ໃຫ້​ເປັນ​ລະບຽບຮຽບຮ້ອຍ​ດີ", ສຳນຶກ​ຄືນ​ການ​ກະທຳ​ຄວາມ​ຜິດ​ຂອງ​ຕົນ ທັງ​ມີ​ບົດບາດ​ເປັນ​ກຳລັງ​ຂົ່ມຂູ່​ຕໍ່​ຜູ້​ຄິດ​ຢາກ​ສໍ້​ລາດ​ບັງຫຼວງນັ້ນອີກ.

ຜູ້​ຊ່ຽວຊານ​ຄົ້ນຄວ້າ​ບັນຫາ​ສາກົນ ສະ​ຖາ​ບັນ​ການ​ປົກຄອງແລະ​ການ​ພັດທະນາ​​ແຫ່ງ​ຊາດ​ໄທ ​ເຫັນ​ວ່າ: ພັກ​ກອມ​ມູນິດ​ຈີນ​ໃຊ້​ມາດ​ຕະການ​ຕ່າງໆ ​ເຊັ່ນ ລົງ​ໂທດ​ຜູ້​ສໍ້​ລາດ​ບັງຫຼວງ ​ເພື່ອ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມງວດ​ແລະ​ຮອບດ້ານ ​​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸ​ດປະສົງ​ຂອງ​ພັກ​ທີ່​ຮັບ​​ໃຊ້​ປະຊາຊົນ​ຢ່າງ​ແທ້​ຈິງ ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ສາມັກຄີ ​ແລະ ຄວາມ​ບັນ​ດົນ​ຫົວ​ໃຈ​ຂອງ​ພັກ​ກອມ​ມູນິດ​ຈີນ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ປະຊາຊົນ​ຈີນ​ຍິ່ງ​​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ