ເຂດ​ແຫຼ່ງ​ແມ່​ນ້ຳ​ລ້ານ​ຊ້າງ​ພວມ​ກາຍ​ເປັນ​​ເຂດ​ສຳຜັດ​ກັບ​ເສືອ​ດາວ​ຫິມະ​ທີ່​ດີ​ທີ່​ສຸດ​ໃນ​ໂລກ
2018-01-16 16:41:15  cri 

​ແຫຼ່ງຂ່າວ​ຈາກ​ສວນສາທາລະນະ​ເຂດ​ແຫຼ່ງແມ່​ນ້ຳສາມ​ສາຍ​ແຫ່ງ​ຊາດຈີນ​ໃຫ້​ຮູ້​ວ່າ: ນັບ​ແຕ່​ສວນສາທາລະນະ​ເຂດ​ແຫຼ່ງ​ແມ່​ນ້ຳ​ລ້ານ​ຊ້າງ​​ໄດ້​ທົດ​ລອງ​​ເຂດ​ທຳ​ມະ​ຊາດ​ສຳຜັດ​ກັບ​ເສືອ​ດາວ​ຫິມະ​ເມື່ອ​ປີ 2017 ​ເປັນຕົ້ນມາ, ມີ​ຜູ້​ຫວັງ​ຢາກສຳຜັດ​ກັບ​ເສືອ​ດາວ​ຫິມະ​ທຳ​ມະ​ຊາດທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ ​ໄດ້​ເຂົ້າ​ໄປ​ໃນ​ສວນສາທາລະນະ ​ແລະ​ ສາມາດ​ຖ່າຍພາບ​ການ​ເຄື່ອນ​ໄຫວດຳລົງ​ຊີວິດ​ຂອງ​ເສືອ​ດາວ​ຫິມະໄດ້ຈຳນວນຫຼວງຫຼາຍ ລວມທັງ​ຮູບ​ພາບ​​ແມ່​ແລະ​ລູກເສືອ​ດາວ​ຫິມະທີ່​ລ້ຳ​ຄ່າ ​ແລະ ​ເສືອ​ດາວ​ຫິມະ​ກິນ​ອາຫານ​ເປັນຕົ້ນ ຢູ່ຮ່ອມ​ພູ​ໃຫຍ່​ອາງ​ໄຊ້​. ປັດຈຸບັນ, ​ເຂດ​ແຫຼ່ງ​ແມ່​ນ້ຳ​ລ້ານ​ຊ້າງ ​ໃນ​ຖານະ​ເປັນ​ໜຶ່ງ​​ໃນເຂດ​ທີ່ມີ​ເສືອ​ດາວ​ຫິມະ​ອາ​ໄສ​ຢູ່​ໜາ​ແໜ້ນ​ທີ່​ສຸດ​ໃນ​ໂລກ ພວມ​ກາຍ​ເປັນ​​ເຂດທຳ​ມະ​ຊາດທີ່​ສຳຜັດ​ກັບ​ເສືອ​ດາວ​ຫິມະ​ທີ່​ດີ​ທີ່​ສຸດ​ໃນ​ໂລກ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ