ທ່ານ​ສີ​ຈິ້ນ​ຜິງ​ລົມ​ກັບ​ທ່ານ​ທ​ຣຳ​ທາງ​ໂທ​ລະ​ສັບ
2018-01-16 16:22:02  cri 
ວັນ​ທີ 16 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕາ​ມການ​ນັດ​ກັນ.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ໃນ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ມີ​ຄວາມ​ຄືບ​ໜ້າ​ສຳ​ຄັນ. ການ​ທີ່​ຮັກ​ສາ​ສາຍ​ພົວ​ພົນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງນັ້ນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ, ກໍ​ຄື​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ. ສອງ​ຝ່າຍ​ຄວນ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ແລະ​ທຸກ​ຂັ້ນ, ​ແລະ​ແກ້​ໄຂ​ບັນ​ຫາ​ອ່ອນ​ໄຫວ​ດ້ວຍ​ວິ​ທີ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ, ເຄົາ​ລົບ​ນັບ​ຖື​ຜົນ​ປະ​ໂຫຍດ​ໃຈ​ກາງ​ແລະ​​ໃຫ້ຄວາມ​ສຳ​ຄັນ​ຕໍ່​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ເຊິ່ງ​ກັນ​ແລະ​ກັນ, ຮັກ​ສາ​ທາ​ອ່ຽງ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ທ​ຣຳ ກ່າວ​ວ່າ, ອ​າ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ສາຍ​ພົວ​ພັນ​ກັບ​ຈີນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ​ພ້ອມ​ທັງຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຈີນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ແລະ​ທຸກ​ຂັ້ນ, ເປີດກວ້າງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ຊຸກ​ຍູ້​ໃຫ້​ສາ​ຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​​ໄດ້​ມີ​ການ​ປ່​ຽນ​ແປງ​ຢ່າງ​ຕັ້ງ​ໜ້າ​ຈຳ​ນວນ​ໜຶ່ງ, ຝ່າຍ​ຕ່າງໆ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັກ​ສາ​ທາ​ອ່ຽງ​ທີ່​ດີ​, ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່.
ທ່ານ​ທ​ຣຳ ກ່າວ​ວ່າ, ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ບົດ​ບາດ​ສຳ​ຄັນ​ຂອງ​ຈີນ​ທີ່​ເສີມ​ຂະ​ຫຍາຍ​ໃນ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ແລະຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັບ​ຈີນຕື່​ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ