ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ຕ່າງໆ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ຢ່າງ​ໃກ້​ຊິດ​​ມີ​ປະ​ສິດ​ທິ​ພາບ​ສູງ
2018-01-16 16:29:32  cri 
ໃນ​ໂອ​ກາ​ດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 15 ມັງ​ກອນ​ນີ້, ທ່ານເຊີ​ເກີ ລາ​ຣ໋ອ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ໃນ​ຫຼາຍ​ປີ​ມາ​ນີ້, ຣັດ​ເຊຍ​ແລະ​ຈີນ​ໄດ້​ຮັກ​ສາ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ກວ່າ​ເກົ່າກ່ຽວ​ກັບ​​ການ​ແກ້​ໄຂບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ, ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ, ບັນ​ຫາ​ຊີ​ຣີ, ເອີ​ລົບ​ແລະ​ອາ​ຊີ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ອື່ນໆ.

ທ່ານ​ ລາ​ຣ໋ອ​ຟ ຊີ້​ໃຫ້​ເຫັນ​ວ່າ, ປັ​ດ​ຈຸ​ບັນ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ຫາ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ. ຣັດ​ເຊຍ​ແລະ​ຈີນ​ໄດ້​ຮ່ວມ​ກັນ​ສະ​ເໜີເສັ້ນ​ທາງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຝ່າ​ຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​​ຈັດ​ການ​ເຈ​ລະ​ຈາ​ໂດຍ​ກົງ.

ທ່ານ​ ລາ​ຣ໋ອ​ຟ​ ກ່າວ​ຕື່ມວ່າ, ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ, ​ຣັດ​ເຊຍ​ແລະ​ຈີນ​ມີ​ຈຸດ​ຢືນ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ໂດຍ​ຜ່ານ​ວິ​ທີ​ການ​ເມືອງ​ບົນ​ພື້ນ​ຖານ​​ປະ​ຕິ​ບັດມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຂັ້ມ​ງວດ. ພັກ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊີ​ຣີ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຄວນ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ກວມ​ລວມ​ແລະ​ກວ້າງ​ຂວາງ​ຢ່າງ​ສົມ​ບູນ.

ສຳ​ລັບ​ການ​ຮ່ວມ​ມື​​ເອີ​ລົບ​ອາ​ຊີ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງສອງ​ປະ​ເທດ​​ກໍ​ກຳ​ລັງດຳ​ເນີນ​ຢູ່​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ