ສ​ ​ເກົາຫຼີ ​ແລະ​ ສປປ ​ເກົາຫຼີ​ເຫັນດີ​ກ່ຽວ​ກັບ​ການ​ຢ້ຽມຢາມ ສ ​ເກົາຫຼີ​ຂອງ​ສິລະ​ປະກອນ ສປປ ​ເກົາ​ຫຼີ
2018-01-16 10:46:55  cri 
ວັນ​ທີ 15 ມັງກອນ​ນີ້, ຜູ້​ແທນ​ຈາກ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ​ໄດ້​ຈັດການ​​ເຈລະຈາ​ຢູ່​ເຂດ​ປານ​ມູນ​ຈອມ​ເບື້ອງ ສ​ ​ເກົາຫຼີ ​ແລະ​ໄດ້​ເຫັນ​ເປັນ​ເອກະ​ພາບ​ກັນ​ໃຫ້ສິລະ​ປະກອນ ສປປ ​ເກົາຫຼີ​​ຢ້ຽມຢາມ ​ແລະ​ສະ​ແດງ​ຢູ່ ສ ​ເກົາຫຼີ​ໃນ​​ໄລຍະ​ງານ​ໂອ​ແລມປິດ​ລະດູ​ໜາ​ວພຽງ​ຊາງ ​ແລະ​ງານ​ໂອ​ແລມປິກຄົນ​ພິການ​ລະດູ​ໜາວ.

ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາ​ຫຼີ​ເປີດ​ເຜີຍ​ວ່າ: ​ຄະນະ​ດົນຕີຊຳຈີ​ຢົງ ສປປ ​ເກົາຫຼີ​ຫຼາຍ​ກວ່າ 140 ຄົນ​ຈະ​ຢ້ຽມຢາມ ສ ​ເກົາຫຼີ ​ແລະ​ສະ​ແດງ​ຢູ່​ແຂວງ​ກາງ​ນຶ​ງ ກໍ​ຄື​ນະຄອນຫຼວງ​ເຊ​ອູ​ນ. ສ ​ເກົາຫຼີ​ຈະ​ສະ​ໜອງ​ຄວາມ​ສະດວກ​ສະບາຍ ​ແລະ​ຮັບ​ປະກັນ​ຄວາມ​ປອດ​ໄພ​ທຸກ​ຢ່າງ. ສປປ ​ເກົາຫຼີ​ຈະ​ສົ່ງ​ຄະນະ​ຜູ້​ແທນ​​ເດີນທາງ​ໄປ ສ ​ເກົາຫຼີ​​ໃນໄວໆ​ນີ້, ສຳລັບສະຖານ​ທີ່​ການສະ​ແດງ, ​ເວ​ທີ, ​ເຄື່ອງ​ອຸປະກອນ ​ແລະ​ອື່ນໆ, ສອງ​ຝ່າຍ​ຈະ​ປຶກສາ​ຫາລື​​ຢູ່​ເຂດ​ປານ​ມູນ​ຈອມຕື່ມ​ອີກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ