ຈີນ​ຫວັງ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຝຣິກາ​ຈະ​ບໍ່​ໃຫ້​ຂາດ​ປະ​ເທດ​ໃດປະ​ເທດ​ໜຶ່ງ
2018-01-17 16:16:49  cri 

ວັນ​ທີ 16 ມັງກອນ​ນີ້ ຢູ່​ນະຄອນຫຼວງຊາວ​ໂຕ​ເມ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແ​ລະ ທ່ານ​ເອີ​ບີ​ໂນ ​ໂບ​ເຕວ​ໂຮ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຊາວ​ໂຕ​ເມ​ແລະ​ພລິນ​ຊີ​ຊິ​ບ ​ໄດ້​ຮ່ວມ​ກັນຖະ​ແຫຼງຂ່າວ ​ແລະ ມີ​ນັກ​ຂ່າວ​ໄດ້​ຖາມ​​ເຖິງບັນຫາ​ຈະ​ປະຕິບັດ​ຕໍ່ບໍ່​ພຽງ​​ເທົ່າ​ໃດ​ປະ​ເທດ​ອາ​ຝຣິກາ​ທີ່​ຍັງ​ຮັກສາການ​ພົວພັນ​ທີ່​ເອີ້ນ​ວ່າ "ທາງ​ການ​ທູດ" ກັບ​ໄຕ້​ຫວັນ?

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ສິ່ງ​ທີ່​ຈະ​ຕ້ອງ​ເນັ້ນກ່ອນໝູ່​ນັ້ນ ຄື  ​ໃນ​ໂລກ​ນີ້​ມີ​ພຽງ​ແຕ່​ປະ​ເທດ​ຈີນ​ດຽວ, ​ໄຕ້​ຫວັນ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ​ໂດຍ​ຈະ​ຕັດ​ແຍກ​ອອກ​ບໍ່​ໄດ້ ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ໃນ​ຖານະ​ເປັນ​ລັດຖະບານ​ຊອບ​ກົດໝາຍ​ທີ່ຕາງໜ້າທົ່ວ​ປະ​ເທດ​ຈີນພຽງ​ໜຶ່ງ​ດຽວ​ ບໍ່​ພຽງ​ແຕ່​ເປັນຄວາມ​ຮັບ​ຮູ້​ທາງ​ການ​ເມື​ອງທີ່​ເປັນ​ເອກະ​ພາບ​ກັນຂອງ​ປະ​ເທດ​ຈຳນວນ​ສ່ວນຫຼວງຫຼາຍທີ່​ສຸດ​ໃນ​ໂລກ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ແລະ​ຍັງ​ກຳນົດ​ເປັນຫຼັກການ​ສາກົນ​ອີກ​ດ້ວຍ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ປັດຈຸບັນ, ຈີນ​ພວມ​ເລັ່ງລັດ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ອາ​ຝຣິກາ​ຢ່າງຮອບດ້ານ ​ໃນ​ຂອບ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຝຣິກາ ​ແລະ ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຝຣິກາ​ໃນ​ການ​ບັນລຸ​ການ​ເປັນ​ເອກະລາດ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​​ໂດຍ​ອາ​ໄສ​ຄວາມ​ສາມາດ​ຂອງ​ຕົນ. ​​ແຕ່​ໃນ​ໄລຍະ​ນີ້, ຍັງ​ມີ​ບໍ່​ພຽງ​​ເທົ່າ​ໃດ​ປະ​ເທດ​ອາ​ຝຣິກາ​ຍັງ​ບໍ່​ສາມາດ​ສ້າງຕັ້ງການ​ພົວພັນ​ກັບ​ຈີນ​ໃຫ້​ເປັນ​ປົກກະຕິ​ໄດ້ ​ ແລະ​ກໍ​ບໍ່​ສາມາດ​ເຂົ້າຮ່ວມ​ການ​ຮ່ວມ​ມື​ຈີນ-ອາ​ຝຣິກາ ເພາະ​​ປະ​ເທດ​ເຫຼົ່ານີ້​ຍັງ​ຮັກສາ​ການ​ພົວພັນ​ທີ່​ເອີ້ນ​ວ່າ "ທາງ​ການ​ທູດ" ກັບ​ໄຕ້​ຫວັນ ​​ເປັນອັນ​ຈະ​ແຈ້ງ​ວ່າ ມັນ​ບໍ່​ສອດຄ່ອງ​ກັບ​ຜົນປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ແລະ​ປະ​ເທດ​​ເຫຼົ່ານີ້. ​ໂອກາດ​ນີ້, ຂ້າພະ​ເຈົ້າຫວັງ​ຢ່າງ​ຈິງ​​ໃຈ​ວ່າ ປະ​ເທດ​ອາ​ຝຣິກາ​ທຸກ​ປະ​ເທດ​ລ້ວນ​ແຕ່​ສາມາດ​ເຂົ້າຮ່ວມ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຝຣິກາ, ບໍ່​ມີ​ໃຜ​ຈະ​ພາດ​ໂອກາດ​ປະຫວັດສາດ​ອີກ​ໃນ​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ຈະ​ໄດ້​ພັດທະນາ​ຮ່ວມ​ກັນ​ຢ່າງ​ວ່ອງ​ໄວ ​ແລະ ບໍ່​ມີ​ໃຜ​ສືບ​ຕໍ່​ຢູ່​ນອກ​ປະຕູ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​-ອາ​ຝຣິກາ​ອີກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ, ​ໃນ​ຂະ​ບວນການ​ປະຫວັດສາດ​ແຫ່ງ​ການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຂອງ​ຈີນ, ອາ​ຝຣິກາ​ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າລ້ວນ​ແຕ່ຈະ​ຢູ່​ຄຽງ​ຂ້າງ​ປະຊາຊົນ​ຈີນ​ຢ່າງ​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ