ເລຂາທິການ​ໃຫຍ່​ ສປຊ ຍ້ອງຍໍ​ຊົມ​ເຊີຍ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ
2018-01-17 16:25:58  cri 

ວັນ​ທີ 16 ມັງກອນ​ນີ້, ທ່ານ​ອັນ​ໂຕ​ນີ​​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​​ເສີມ​ຂະຫຍາຍບົດບາດສຳຄັນ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດ​ຂອງ​ໂລກ ​ແລະ ປຸກລະດົມ​ຈີນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ຕໍ່ໜ້າ.

ທ່ານ​ກູ​ເຕີ​ເຣັສ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຄັ້ງທຳ​ອິດຂອງ​ຕົນ ໃນ​ປີ 2018 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ​ວ່າ: ພວກ​ເຮົາ​ຊົມ​ເຊີຍ​ຈີນທີ່​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພາະວ່າຈີນ​ເປັນ​ກຸ່ມ​ເສດຖະກິດ​ທີ່​ໃຫຍ່ຫຼວງ ​ແລະ ຈະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເປັນ​ຢ່າງ​ຍິ່ງ.

ທ່ານ​ກູ​ເຕີ​ເຣັສ ກ່າວ​ຕື່ມ​ວ່າ: ຄຳ​ໝັ້ນສັນຍາ​ຕ່າງໆ​ທີ່​ລະບຸ​ໄວ້​ໃນ "ສັນຍາ​ປາຣີ" ນັ້ນອາດ​ຈະ​ບໍ່​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ທັງ​ໝົດ ​ແລະ ​ກໍ​ບໍ່​ອາດ​ຈະ​ສາມາດ​ຄວບ​ຄຸມ​ອຸນຫະພູມ​ສະ​ເລ່ຍທົ່ວ​ໂລກໃຫ້​ສູງ​ຂຶ້ນບໍ່​ເກີນ 2 ອົງສາ​ເມື່ອ​ທຽບ​ໃສ່​ອຸນຫະພູມ​ໃນ​ສະ​ໄໝ​ກ່ອນ​ຫັນ​ເປັນ​ອຸດສາຫະກຳ​. ​ໃນ​ການ​ແຂ່ງຂັນ​ຄັ້ງນີ້, ພວກ​ເຮົາ​ຍັງ​ບໍ່​ສາມາດ​ຍາດ​ໄດ້​ໄຊຊະນະ​ເທື່ອ, ຜູ້​ຊະນະ​ນັ້ນຍັງ​ຄົງ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ​ກູ​ເຕີ​ເຣັສ ກ່າວ​ຕໍ່​ໄປ​ວ່າ: ຈີນ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການເຄື່ອນ​ໄຫວ​ທີ່​ມີ​ຄວາມຫ້າວຫັນ​ທີ່​ຍິ່ງ​ໃຫຍ່​ດັ່ງກ່າວ ​ແລະ ຂ້າພະ​ເຈົ້າ​ເອງ​ກໍ​ຝາກ​ຄວາມ​ຫວັງ​ອັນ​ແຮງ​ກ້າ​ຕໍ່​ການ​ສ້າງ​ກົນ​ໄກ​ການ​ສົນທະນາ​ແລະ​ຮ່ວມ​ມື​ກັບ​ລັດຖະບານ​ຈີນໃນ​ດ້ານ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ