ປີ 2018, ວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຫຼຸດ​ຜ່ອນ​ຄວາມ​ສາ​ມາດການ​ຜະ​ລິດ
2018-01-17 16:58:04  cri 
ວັນ​ທີ 17 ມັງ​ກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ເສິນ​ຢິງ, ຜູ່​ຈັດການ​ໃຫຍ່​ຝ່າຍ​ບັນຊີຂອງ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ປີ 2017, ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ການ​ຜະ​ລິດທີ່​ຫຼ້າ​ຫຼັງໃນ​ຂະ​ແໜງ​ການ​ເຫຼັກ​ກ້າ​ ໄດ້​ສຳ​ເລັດ​ແລ້ວ​ໂດຍ​ພື້ນ​ຖານ, ​ທັງ​ໄດ້​ສຳ​ເລັດ​ກີນ​ຄວາມ​ໝາຍໃນ​ຂະ​ແໜງ​ການ​ຖ່ານ​ຫີນ. ປີ 2017, ຂະ​ແໜງ​ການ​ເກົ່າ​ຕ່າງໆ ເຊັ່ນ: ນ້ຳ​ມັນ​ເຊື້ອ​ໄຟແລະ​ອຸດ​ສາ​ຫະ​ກຳ​ເຄ​ມີ, ເຫຼັກ​ກ້າ​ແລະຖ່ານ​ຫີນ​ໄດ້​​ສ້າງ​ປະ​ສິດ​ທິ​ຜົນ​ຢ່າງ​ໃຫຍ່​ຫຼວງ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ​ເສີນ​ຢິງ​ກ່າວ​ວ່າ, ຕໍ່​ໄປ, ຕ້ອງ​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ​ປັບ​ປຸງ​ຂະ​ແໜງ​ການ​ເຫຼັກ​ກ້າ​ເກົ່າໃຫ້​ຍົກ​ລະ​ດັບ. ປີ​ນີ້, ຍັງ​ຕ້ອງ​ສືບ​ຕໍ່​ເພີ່ມ​ຄວາມ​ແຮງ​ໃນ​ດ້ານ​ຈັດ​ວາງວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່​ຫຼ້າ​ຫຼັງໃນ​ຂະ​ແໜງ​ການ​ຖ່ານ​ຫີນ. ເຊິ່ງ​ໄດ້​ວາງ​ເປົ້າ​ໝາຍ​​ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່​ຫຼ້າ​ຫຼັງໃນ​ຂະ​ແໜງ​ການ​ຖ່ານ​ຫີນ 10 ລ້ານ​ໂຕນ​ຂຶ້ນ​ໄປ, ໃນ​ນັ້ນ, ຈຸດ​ໜັກ​ແມ່ນ ​ຊຸກ​ຍູ້ການ​ສັບ​ຊ້ອນ​ຄືນ​ໃໝ່​ໃນ ​ຂະ​ແໜງ​ການ​ຖ່ານ​ຫີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ