ຄະນະຜູ້ແທນຂອງ ສປປ ເກົາຫຼີ ແລະ ສ.ເກົາຫຼີ ໄດ້ເຈລະຈາກັນລະດັບຮອງລັດຖະມົນຕີກ່ຽວກັບ ສປປ ເກົາຫຼີ ສົ່ງຄະນະຜູ້ແທນເຂົ້າຮ່ວມກິລາໂອລິມປິກລະດູໜາວພຽງຊາງ ຢູ່ "ເຮືອນແຫ່ງສັນຕິພາບ" ເຂດປັນມູນຈອມເບື້ອງ ສ.ເກົາຫຼີ ໃນວັນທີ 17 ມັງກອນນີ້ ແລະສາມາດບັນລຸຄວາມເປັນເອກະພາບຫຼາຍປະການ.
ໃນມື້ດຽວກັນ, ສປປ ເກົາຫຼີ ແລະ ສ.ເກົາຫຼີໄດ້ເປີດເຜີຍຂໍ້ມູນຮ່ວມ ໂດຍລະບຸວ່າ: ສປປ ເກົາຫຼີ ແລະ ສ.ເກົາຫຼີ ຈະຊູ "ທຸງແຫຼມເກົາຫຼີ" ແລະເດີນຮ່ວມກັນເຂົ້າສູ່ສະໜາມກິລາ ໃນພິທີເປີດກິລາໂອລິມປິກລະດູໜາວພຽງຊາງ ນອກນີ້ ສອງຝ່າຍຍັງຈະຈັດທີມປະສົມ ເພື່ອເຂົ້າຮ່ວມການແຂ່ງຂັນຮອກກີນ້ຳກ້າມເພດຍິງ.
ກ່ອນໜ້ານີ້ ຄື ວັນທີ 9 ມັງກອນນີ້, ສ.ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ສິ້ນສຸດການພົບປະເຈລະຈາກັນຂັ້ນສູງຢູ່ເຂດປັນມູນຈອມ ແລະ ໄດ້ອອກຖະແຫຼງການຮ່ວມ ໂດຍສອງຝ່າຍບັນລຸຄວາມເປັນເອກະພາບກັນຫຼາຍບັນຫາ ເຊັ່ນ ສປປ ເກົາຫຼີເຂົ້າຮ່ວມກິລາໂອລິມປິກລະດູໜາວພຽງຊາງ ແລະ ສອງຝ່າຍຈັດການເຈລະຈາກັນລະຫວ່າງພາກສ່ວນການທະຫານ. ນອກນີ້, ສອງຝ່າຍຍັງເນັ້ນຈະສືບຕໍ່ເຈລະຈາກັນໃນຂົງເຂດຕ່າງໆ ເພື່ອແກ້ໄຂບັນຫາໂດຍຜ່ານການເຈລະຈາກັນ.