ງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນ​ຊ່ວຍຮັດ​ແໜ້ນ​ການພົວພັນ​ເສດຖະກິດ​ການ​ຄ້າ​ສາກົນ​ລະຫວ່າງ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2018-01-18 16:21:57  cri 

ທ່ານ​ນາງຢາງ​ຢ້ຽນຢ້ຽນ ຮອງ​ຫົວໜ້າ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ກ່າວ​ໃນ​ວັນ​ທີ 17 ມັງກອນ​ນີ້​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນພວມ​ສ້າງ​ເວທີ​ວາງສະ​ແດງ​ສາກົນ​ໃຫ້​ມີ​ລະດັບ​ສູງ​ກວ່າ​ເກົ່າ ​ແລະ​ຜ່ານ​ການ​ເປີດ​ກວ້າງ​ຂອບ​ເຂດ​ບໍລິການ​ແລະ​ເນື້ອ​ໃນ​ວາງສະ​ແດງ​ຂອງ​ເວທີ​ດັ່ງກ່າວ ຍົກ​​ລະດັບ​ງານ​ວາງສະ​ແດງ​ໃຫ້​ສູງ​ຂຶ້ນ ​ເພື່ອ​ສະໜອງ​ເວທີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ສົມບູນ​ກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ເພື່ອຮັດ​ແໜ້​ນການ​ພົວພັນ​ເສດຖະກິດ​ການ​ຄ້າ​ສາກົນ​ລະຫວ່າງ​ປະ​ເທດ​ເຫຼົ່ານີ້.

ທ່ານ​ນາງຢາງ​ຢ້ຽນຢ້ຽນ ກ່າວ​ວ່າ: ປີ 2018 ​ເປັນ​ປີ​ທີ່​ຈີນ​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບຮອບ 15 ປີ ​ແລະ ກໍ​ແມ່ນ​ປີ​ທີ 5 ​ແຫ່ງ​ການ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 15 ຈະ​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ ​ເຂດ​ກວາງຊີ ສປ ຈີນ ​ແຕ່​ວັນ​ທີ 12-15 ກັນຍາ​ປີ​ນີ້ ​​ເຊິ່ງ​ຈະ​ເນັ້ນການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໂດຍ​ຈະ​ເຕົ້າ​ໂຮມ​ກັນ​ວາງສະ​ແດງ​ຂໍ້​ມູນ​ຂ່າວສານ​ຂອງ​ບັນດາ​ປະ​ເທດ​ໃນ​ດ້ານ​ຕ່າງໆ ​ເຊັ່ນ ວິ​ສາ​ຫະກິດ, ສິນຄ້າ, ​ໂຄງການ ​ແລະ ທຶນຮອນ ​ເພື່ອ​ສ້າງ​ໂອກາດ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ສາກົນ, ການ​ສ້າງ​ເຂດ​ນິຄົມຂ້າມ​ຊາຍແດນ, ການ​ປະດິດ​ສ້າງ​ດ້ານ​ການ​ທະນາຄານ​ຂ້າມ​ຊາຍ​ແດນ, ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາຍ​ແດນ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ