ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ​ຈີນ​ໄດ້​ຫຼຸດ​ການ​ຖື​ພັນ​ທະ​ບັດ​ອາ​ເມ​ລິ​ກາ 12 ຕື້ 600 ລ້ານ​ໂດ​ລາ
2018-01-18 17:02:01  cri 
ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 17 ມັງ​ກອນ​ນີ້​ວ່າ, ເດືອນ​ພະ​ຈິກ​ປີ 2017 ຜ່ານ​ມາຈີນ​ໄດ້​ຫຼຸດ​ການ​ຖື​ພັນ​ທະ​ບັດ​ອາ​ເມ​ລິ​ກາ 12 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ.

​ສະ​ຖິ​ຕິ​​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ຈີນ​ຄອງ​ພັນ​ທະ​ບັດ​ອາ​ເມ​ລິ​ກາ 1176 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ແລະຍັງ​ແມ່ນ​ເຈົ້າ​ໜີ້​​ລາຍໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຕົນ.

ໃນ​ເດືອນ​ດຽວ​ກັນ, ຍີ່​ປຸ່ນ​ໄດ້​ຫຼຸດ​ການ​ຖື​ພັນ​ທະ​ບັດ​ອາ​ເມ​ລິ​ກາ 9 ຕື້ 900 ລ້ານ​ໂດ​ລາ, ຍີ່​ປຸ່ນ​ຍັງ​ຄອງ​ຖື​ພັນ​ທະ​ມັດ​ອາ​ເມ​ລິ​ກາ 1084 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ