ການຖັກແສ່ວ ແຕະຈິວ ແມ່ນສາຂາຂອງການຖັກແສ່ວກວ່າງຕຸ້ງ ເປັນໜຶ່ງໃນ 4 ສິນລະປະຖັກແສ່ວທີ່ມີຊື່ສຽງຂອງຈີນ ເຊິ່ງຕ່າງກັນກັບການຖັກແສ່ວອື່ນໆດ້ວຍຝີມືທີ່ລະອຽດປານີດ, ການຈັດໂຄງຮ່າງການຖັກແສ່ວຢ່າງສະເໝີກັນ ແລະມີສີສັນທີ່ເຫຼືອມໃສ, ຈິ່ງມີຊື່ສຽງດົ່ງດັງຢູ່ພາຍໃນແລະຕ່າງປະເທດ. ນາງຫຼີຊູ່ຢິ່ງ ອາຈານດ້ານສິນລະປະຖັກແສ່ວ ແຕະຈິວ ທີ່ມີອາຍຸ 70 ປີຍັງຍຶດໝັ້ນໃນການຖັກແສ່ວເປັນເວລາຫຼາຍຊົ່ວໂມງຕໍ່ມື້ຢູ່ຕະຫຼອດ.