ປີຜ່ານ​ມາ GDP ຂອງ​ຈີນ​ເຕີບ​ໂຕ​ເກືອບ 7%
2018-01-19 10:22:13  cri 

ປີ 2017, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ຈີນ​ບັນລຸ​ເຖິງ 82.700 ຕື້ຢວນ ​ເພີ່ມ​ຂຶ້ນ 6,9% ​ເມື່ອ​ທຽບ​ໃສ່​ປີ 2016 ​ແລະ ​ເຕີບ​ໂຕ​ໄວ​ຂຶ້ນ​ເປັນຄັ້ງທຳ​ອິດ​ໃນ​ຮອບ 7 ປີຜ່ານມາ.
ທ່ານ​ນິ້ງຈີ​ເຈີ ຫົວໜ້າ​ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ​ເສດຖະກິດ​ຈີນ​ໃນ​ປີ 2017 ​ໄດ້​ພັດທະນາ​ດີ​ຂຶ້ນດ້ວຍຄວາມ​ໝັ້ນທ່ຽງ ​ແລະ ດີກ​ວ່າ​ຄາດໝາຍ.

ນອກ​ນີ້, ປີຜ່ານມາ, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ທີ່​ສາມາດ​ຈັບ​ຈ່າຍ​ໄດ້ຂອງຈີນ​ໄດ້​ບັນລຸ​ເຖິງ 25.974 ຢວນ ​ເມື່ອ​ຫັກ​ປັດ​ໄຈ​ລາຄາ​ອອກ​ແລ້ວ​ໄດ້​ເພີ່​ມຂຶ້ນ 7,3% ​ເຊິ່ງ​ໄວ​ກວ່າ​ປີຜ່ານມາ 1%; ລວມຍອດ​ມູນ​ຄ່າ​ຂາຍຍ່ອຍ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ​ສາມາດ​ບັນລຸ 36.600 ຕື້​ຢວນ ​ເພີ່ມ​ຂຶ້ນ 10,2% ​ເມື່ອ​ທຽບ​ໃສ່​ປີ 2016 ​ແລະ ​ເພີ່ມ​ຂຶ້ນຊ້າ​ລົງ​ເລັກ​ໜ້ອຍ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ​​ໜຶ່ງ​ປີຜ່ານມາ, ຈີນ​ສາມາດ​ສຳ​ເລັດ​ໜ້າ​ທີ່​ໃນ​ການຫຼຸດຄວາມ​ສາມາດ​ການ​ຜະລິດ​ທີ່​ເກີນ​ຄວາມ​ຈຳ​ເປັນ​ຂອງ​ຂະແໜງ​ເຫຼັກກ້າ ​ແລະ ຖ່ານ​ຫີນ ​ໂດຍ​ລະດັບ​ສະ​ສົມ​ເຮືອນ​ສິນຄ້າ​ໄວ້​ໃນ​ສາງ​ໄດ້ຫຼຸດລົງ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ