ທ່ານໂຈໂຄ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກ່າວໃນວັນທີ 17 ມັງກອນນີ້ວ່າ: ອິນໂດເນເຊຍໃຫ້ຄວາມສຳຄັນສູງຕໍ່ການພັດທະນາການພົວພັນໄມຕີຈິດມິດຕະພາບແລະການຮ່ວມມືທີ່ແທ້ຈິງກັບຈີນ ສອງປະເທດຄວນສືບຕໍ່ຮັກສາການໄປມາຫາສູ່ຢ້ຽມຢາມກັນລະຫວ່າງການນຳຂັ້ນສູງ ແລະ ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ມີຄວາມຄືບໜ້າໃໝ່.
ທ່ານໂຈໂຄ ວີໂດໂດ ໄດ້ຕ້ອນຮັບທ່ານ ຊ່ຽວຊ່ຽນ ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍຄົນໃໝ່ເຂົ້າຍື່ນສານຕາຕັ້ງໃນວັນດັ່ງກ່າວ ແລະກ່າວວ່າ: ໃນຊຸມປີຜ່ານມາ, ຕົນໄດ້ພົບປະກັບທ່ານສີຈິ້ນຜິງ ປະທານປະເທດຈີນຫຼາຍເທື່ອ ໂດຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພັດທະນາສາຍພົວພັນລະຫວ່າງສອງປະເທດ ແລະ ໄດ້ບັນລຸຄວາມເປັນເອກະພາບກັນຢ່າງກວ້າງຂວາງ. ຕົນຮູ້ສຶກເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນລະຫວ່າງສອງປະເທດ. ສອງຝ່າຍຄວນສືບຕໍ່ຮັກສາການຢ້ຽມຢາມກັນລະຫວ່າງການນຳຂັ້ນສູງ, ຊຸກຍູ້ການຮ່ວມມືທີ່ແທ້ຈິງ ເພື່ອໃຫ້ສາຍພົວພັນລະຫວ່າງສອງປະເທດພັດທະນາກ້າວຂຶ້ນສູ່ລະດັບໃໝ່.
ທ່ານຊ່ຽວຊ່ຽນ ກ່າວວ່າ: ໃນຊຸມປີຜ່ານມາ, ການນຳຂັ້ນສູງລະຫວ່າງສອງປະເທດໄດ້ຢ້ຽມຢາມກັນຫຼາຍເທື່ອ, ສອງຝ່າຍມີຄວາມໄວ້ເນື້ອເຊື່ອກັນດ້ານການເມືອງເພີ່ມຂຶ້ນ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດມີທ່ວງທ່າພັດທະນາທີ່ດີ. ຕົນຈະປະສານສົມທົບກັບເຈົ້າໜ້າທີ່ອິນໂດເນເຊຍ ເພື່ອຕັ້ງໜ້າຈັດຕັ້ງປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສອງປະເທດ ເຊື່ອມຈອດຍຸດທະສາດການພັດທະນາລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ ຊຸກຍູ້ແລະເປີດກວ້າງການຮ່ວມມືທີ່ແທ້ຈິງລະຫວ່າງສອງຝ່າຍ ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາກ້າວຂຶ້ນສູ່ລະດັບໃໝ່.