ລັດຖະບານ​ຊີຣີຈະ​ເຂົ້າຮ່ວມ​ການ​ເຈລະຈາຢູ່​ວຽນ
2018-01-19 15:06:46  cri 

ທ່ານຣຳຊີ ​ເອັສ​ເຊ​ວດິນ ຣຳຊີ ຮອງທູດ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ບັນຫາ​ຊີຣີ ​ໄດ້​ຢືນຢັນ​ຢູ່​ນະຄອນຫຼວງດາ​ມັສ ປະ​ເທດ​ຊີຣີ ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ລັດຖະບານ​ຊີຣີ ຈະ​ເຂົ້າຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊີຣີທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽນ ປະ​ເທດ​ໂອ​ຕຣິສ​ໃນ​ເດືອນ​ມັງກອນ​ນີ້.

ທ່ານຣຳຊີ ​ໄດ້​ພົບປະ​ກັບ​ທ່ານ​​ໄຟ​ຊັນ ​ມາກ​ດັດ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໃນ​ວັນ​ດັ່ງກ່າວ ​ແລະຫຼັງສິ້ນ​ສຸດ​ການ​ພົບ​ປະ ກໍ​ໄດ້​ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ວ່າ: ທ່ານ​ມາກ​ດັດ ​ໄດ້​ຢືນຢັນ​ກັບ​ຕົນ​​ແລ້ວວ່າ ​ລັດຖະບານ​ຊີຣີ​ເຫັນ​ດີ​ສົ່ງ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ການ​ເຈລະຈາ​ດັ່ງກ່າວ.

ທ່ານຣຳຊີ ກ່າວ​ຕື່ມ​ວ່າ: ລັດຖະບານ​ຊີຣີ ​ແລະ ພັກຝ່າຍ​ຄ້ານ ​ເຫັນ​ດີຈະ​ເຂົ້າຮ່ວມ​ການ​ເຈລະຈາ​ດັ່ງກ່າວ​ດ້ວຍ​ທ່າ​ທີ​ອັນຕັ້ງໜ້າ​ແລະ​ສ້າງສັນ ​ແລະ​ຖ້າວ່າ​ການ​ເຈລະຈາ​ດັ່ງກ່າວ​ສາມາດ​ປະສົບ​ຜົນສຳ​ເລັດ ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ເຈລະຈາ​ທົ່ວ​ປະ​ເທດ​ຊີຣີ​ໃນ​ທ້າຍ​ເດືອນ​ມັງກອນ​ນີ້​ໃຫ້​ປະສົບ​ຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ