CRI ຮ່ວມແບ່ງປັນນໍ້າໃຈຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ແຂວງໄຊສົມບູນ
2018-01-20 16:36:22  cri 


ໃນວັນທີ 19 ມັງກອນນີ້, ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ ນໍາພາໂດຍທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນໍາເຄື່ອງຊ່ວຍເຫຼືອ ມີເຄື່ອງອຸປະໂພກບໍລິໂພກຈາກບໍລິສັດຮ້າງຮ້ານ, ມວນຊົນຫຼາຍພາກສ່ວນໄປຊ່ວຍເຫຼືອທະຫານ, ນັກຮຽນ ແລະ ປະຊາຊົນ ບ້ານອ່າວກາງ ເມືອງອະນຸວົງ ແຂວງໄຊສົມບູນ.

ມື້ດຽວກັນ, CRI ຮ່ວມກັບ ວສລ ບໍລິຈາກເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ແກ່ກອງບັນຊາການ ເມືອງອະນຸວົງແລະໂຮງຮຽນປະຖົມສົມບູນອ່າວກາງ ໂດຍທ່ານ ພທ ຫມອນຄຳ ດວງສະຫວັນ ຫົວຫນ້າການເມືອງກອງບັນຊາການ ເມືອງອະນຸວົງ ແລະ ທ່ານ ເຈີຢີລໍ່ ວັງເຊັງ ເລຂາພັກນາຍບ້ານອ່າວກາງ ທັງເປັນອຳນວຍການໂຮງຮຽນປະຖົມສົມບູນອ່າວກາງໄດ້ຕາງໜ້າ 2 ພາກສ່ວນດັ່ງກ່າວຮັບເອົາເຄື່ອງບໍລິຈາກ. ສໍາລັບເຄື່ອງທີ່ນຳມາຊ່ວຍເຫຼືອນັກຮຽນ ແລະ ປະຊາຊົນ ຄັ້ງນີ້, ປະກອບມີເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ປຶ້ມແບບຮຽນ, ປຶ້ມຂຽນ, ອຸປະກອນການຮຽນຕ່າງໆ ແລະ ອື່ນໆ ລວມມູນຄ່າ 36,100,000 ກີບ.


ທ່ານ ພທ ຫມອນຄຳ ດວງສະຫວັນ ແລະ ທ່ານ ເຈີຢີລໍ່ ວັງເຊັງ ໄດ້ສະແດງຄວາມຂອບໃຈທີ່ CRI ແລະ ວສລ ມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງອ້າຍນ້ອງທະຫານ ນັກຮຽນ ກໍຄື ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເມືອງດັ່ງກ່າວ ແລະ ພາກສ່ວນຕົນຈະຫມູນໃຊ້ອຸປະກອນຊ່ວຍເຫລືອເຫລົ່ານີ້ໃຫ້ເກີດຜົນແກ່ທະຫານ, ນັກຮຽນກໍຄືປະຊາຊົນຜູ້ທຸກຍາກ ໃນອານາຄົດ.

ກິດຈະກຳເທື່ອນີ້, CRI ປະຈໍາລາວ ໄດ້ຮ່ວມກັບບໍລິສັດແລະບຸກຄົນທີ່ມີໃຈກຸສົນມອບເສື້ອຜ້າ, ເຄື່ອງນັກຮຽນແລະເຄື່ອງຊ່ວຍເຫລືອຕ່າງໆ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ເມືອງອະນຸວົງລວມມຸນຄ່າ 24 ລ້ານກີບ. 


ໃນໂອກາດດຽວກັນນີ້ ທ່ານ ວໍລະສັກ ປຣະວົງວຽງຄຳ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ, ໂຄງການມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ທຸກຍາກຂາດແຄນ ແມ່ນຈະຍັງສືບຕໍ່ໄປມອບໃຫ້ແຂວງອຸດົມໄຊ ໃນເດືອນກຸມພາ, ທ່ານໃດສົນໃຈມອບເຄື່ອງຊ່ວຍເຫຼືອສາມາດສອບຖາມວິທະຍຸກະຈາຍສຽງແຫ່ງຊາດລາວ. ເບີໂທຕິດຕໍ່ 55338863 ຫຼື 0305787052.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ