ທ່ານ​ຫຼີ​ເຄີ້​ສຽງ​ແລະ​ປະ​ທານ​ຄະ​ນະ​ກຳ​ມາ​ທິການ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ໃຫ້​ພິ​ທີ​ໄຂ​ກິດ​ຈະ​ກຳ "ປີ​ທ່ອງ​ທ່ຽວ​ຈີນ​-ສະ​ຫະ​ພາບ​ເອີ​ລົບ"
2018-01-20 14:46:31  cri 

ວັນ​ທີ 19 ມັງ​ກອນ​ນີ້, ພິ​ທີ​ໄຂ​ກິດ​ຈະ​ກຳ "ປີ​ທ່ອງ​ທ່ຽວ​ຈີນ-ສະ​ຫະ​ພາບ​ເອີ​ລົບ" ໄດ້ຈັດ​ຂຶ້ນ​ຢູ່ເວ​ນີ​ສ​ຂອງ​ອີ​ຕາ​ລີ. ທ່ານ​ຫຼີ​ເຄີ້​ສຽງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກັ​ບ​ທ່ານ​​ຢັງ ຄຼາວດ໌ ​ຢູງ​ເຄີ ປະ​ທານ​ຄະ​ນະ​ກຳ​ມາ​ທິການ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ໃຫ້​ພິ​ທີ​ໄຂ​​ດັ່ງ​ກ່າວ.

ໃນ​ຄຳ​ອວຍ​ພອນ, ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ, ຈີນ​ກັບ​ເອີ​ລົບ​ຢູ່​ສອງ​ສົ້ນ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​ເກົ່າ, ການ​ສົນ​ທະ​ນາ​​ລະ​ຫວ່າງອາ​ລະ​ຍະ​ທຳ​ມີ​ປະ​ຫວັດ​ສາດ​ຍາວ​ນານ. ປັດ​ຈຸ​ບັນ, ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ພວມ​ພະ​ຍາ​ຍາມ​ສ້າງ 4 ​ການ​ພົວ​ພັນ​ຄູ່​ຮ່ວມ​ຄື ສັນ​ຕິ​ພາບ ການ​ເຕີບ​ໂຕ ການ​ປະ​ຕິ​ຮູບ​ແລະ​ອາ​ລະ​ຍະ​ທຳ​, ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ການ​ຍຸດ​ທະ​ສາດ 2020 ການ​ຮ່ວມ​ມື​ຈີນ​ເອີ​ລົບ​ ຢ່າງ​ຮອບ​ດ້ານ, ຮ່ວມ​ມື​ຊຸກ​ຍູ້​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ ຂອງ​ຈີນ​​ໃຫ້​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​​ຂອງ​ເອີ​ລົບ​ຢ່າງ​ບັງ​ເກີດ​ຜົນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຜະເຊີນ​ໜ້າ​ກັບ​ໂອ​ກາດ​ພັດ​ທະ​ນາ​ອັນ​ໃໝ່.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ການ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ແມ່ນ​​ຂົວ​ສຳ​ຄັນ​ທີ່ດຳ​ເນີນ​ການ​ແລກ​ປ່ຽນ​ອາ​ລະ​ຍະ​ທຳ​ແລະ​ຊຸກ​ຍູ້​ໄມ​ດ​ຕີຈິດ​ລະ​ຫວ່າງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ຍັງ​ແມ່ນ​ຜະ​ລິດ​ຕະ​ກຳ​ຈະ​ເລີນ​ໃໝ່​ທີ່​ຊຸກ​ຍູ້​ເສດ​ຖະ​ກິດ​ເຕີບ​ໂຕ. ຈີນ​ກັ​ບ​ເອີ​ລົບ​ມີ​ຊັບ​ພະ​ຍາ​ກອນ​ທາງ​ການ​ທ່ອງ​ທ່ຽວ​ອັນ​ອຸ​ດົມ​ສົມ​ບູນ, ມີ​ອະ​ນາ​ຄົດ​ຮ່ວມ​ມື​ອັນ​​ສົດ​ໃສ. ຫວັງ​ວ່າສອງ​ຝ່າຍ​ຈະ​ຖື​ການ​ຈັດ​ກິດ​ຈະ​ກຳ "ປີ​ທ່ອງ​ທ່ຽວ​ຈີນ-ສະ​ຫະ​ພາບ​ເອີ​ລົບ"​ ເປັນ​ໂອ​ກາດ, ຕັ້ງ​ໜ້າ​ເປີດກວ້າງ​ການ​ຮ່ວມ​ມື​ທາງ​ການ​ທ່ອງ​ທ່ຽວ​ແລະ​ໄປ​ມະ​ຫາ​ສູ່​ກັນ​​ລະ​ຫວ່າງປະ​ຊາ​ຊົນ​ຂອງຈີນ​ກັບ​ເອີ​ລົບ, ຊຸກ​ຍູ້​ການ​ສົນ​ທະ​ນາ​ດ້ານ​ອາ​ລະ​ຍະ​ທຳ​ແລະ​ການ​ປະ​ສານ​ຈິດ​ໃຈ​ປະ​ຊາ​ຊົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍ​ດ, ​ແລະ​ເພີ່ມ​ພະ​ລັງ​​ແຮງ​ໃໝ່​ໃຫ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ໃນ​ໄລ​ຍະ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ