ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກຳ​ປັ່ນ​ຂັບ​ໄລ່​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ອາ​ເມ​ລິ​ກາ​ເດີນເຂົ້າ​ສູ່ເຂດ​ທະ​ເລ​ອ້ອມ​ເກາະຫວາງ​ຢຽນ
2018-01-21 17:07:42  cri 
ວັນ​ທີ 20 ມັງ​ກອ​ນ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກຳ​ປັ່ນ​ຂັບ​ໄລ່​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ອາ​ເມ​ລິ​ກາ​ລຳ​ໜຶ່ງ​ເດີນ​ເຂົ້າສູ່​ເຂດ​ທະ​ເລ​ບ່ອນ​ທີ່​ມີ 12 ໄມ​ທະ​ເລ​ຈາກ​ເກາະຫວາງ​ຢຽນ, ກອງ​ທັບ​ເຮືອ​ຈີນ​ໄດ້​ຈຳ​ແນກ​ແລະ​ກວດ​ກາ​ຢັ້ງ​ຢືນ​ຕໍ່​ກຳ​ປັ່ນ​​ດັ່ງ​ກ່າວ​ຕາມ​ກົດ​ໝາຍ ​ແລ້ວ​ໄດ້​ເຕືອນ​ແລະ​ຂັບ​ໄລ່​ກຳ​ປັ່ນ​ດັ່ງ​ກ່າວໜີ​ຈາກ​ເຂດ​ທະ​ເລ​ດັ່ງ​ກ່າວ.

ທ່ານ ລູ້​ຄ່າງ ກ່າວ​ວ່າ: ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ກຳ​ປັ່ນ​ຮົບ​ຂອງ​ກອງ​ທັບ​ອາ​ເມ​ລິ​ກາ​ໄດ້​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ ເຊິ່ງ​ເປັນ​ກາ​ນ​ຂົ່ມ​ຂູ່​ຢ່າງ​ໜັກ​ໜ່ວງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ກຳ​ປັ່ນ​ແລະ​ຜູ້​ຄົນ​​ຂອງ​ຈີນທີ່ເຄື່ອນ​ໄຫວ​ທາງ​ລັດ​ຖະ​ການ​ຢ່າງ​ເປັນ​ປົກ​ກະ​ຕິ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ ກໍ່​ໄດ້​ລະ​ເມີດ​ຫຼັກ​ການ​​ພື້ນ​ຖາ​ນ​ຂອງ​ການ​ພົວ​ພັນ​ສາ​ກົນ. ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້,ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິດ​ປະ​ໄຕ​ຂອງ​ຈີນ​ຢ່າງ​ເດັດ​ຂາດ. ​ແຕ່​ໃດ​ມາ, ຈີນ​ໄດ້​ເຄົາ​ລົບ​ແລະ​ປົກ​ປັກ​ຮັກ​ສາ​ສິດ​ການ​ເດີນ​ເຮືອ​ແລະເດີນ​ອາ​ກາດ​ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ບັນ​ດາ​ປະ​ເທດ​ຕາມ​ກົດ​ໝາຍ​ສາ​ກົນ, ແຕ່​ເດັດ​ດ່ຽວ​ຄັດ​ຄາດ​ປະ​ເທດ​ໃດໆ​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ໃນ​ຂໍ້​ຫາທີ່​ການ​ເດີນ​ເຮືອ​ແລະ​ເດີນ​ອາ​ກາດ​ຢ່າງມີ​ເສ​ລີ​ພາບ. "ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮ​ຽກ​ຮ້ອງ​ຢ່າງ​ຮຸນ​ແຮງ​ໃຫ້​ອາ​ເມ​ລິ​ກາ​ແກ້​ຄວາມ​ຜິດ​ພາດ​ໃນ​ທັນ​ທີ,ຢຸດ​ຕິ​ການ​ກະ​ທຳ​ທ້າ​ທາຍ​ເກາະ​ຜິດ​ແບບ​ນີ້ ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ແລະ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ