ລັດຖະທຳ​ມະນູນ​ສະບັບ​ປັດຈຸບັນ​ຂອງ​ຈີນ​ເປັນ​ລັດຖະທຳ​ມະນູນ​ທີ່​ດີ
2018-01-22 14:51:40  cri 

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 2 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 19 ​ໄດ້​ສຳ​ເລັດ​ລົງ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ໄດ້​ຢືນຢັນ​ບົດບາດ​ທີ່​ສຳຄັນ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັດຈຸບັນ​ຂອງ​ຈີນ​ໃນ​ການ​ປະຕິ​ຮູບ-​ເປີດ​ປະຕູ​ຕໍ່​ພາຍ​ນອກ ​ແລະ ການ​ປະຕິບັດ​ຕົວ​ຈິງ​ໃນ​ການ​ສ້າງສາ​ທັນ​ສະ​ໄໝ​ສັງຄົມ​ນິຍົມ, ​ໄດ້​ກຳນົດ​ຄວາມ​ຮຽກຮ້ອງ​ຕ້ອງການ​ແລະຫຼັກການ​ຂອງ​ການ​ປັບປຸງ​ລັດຖະທຳ​ມະນູນ​ເທື່ອ​ນີ້ ທັງ​ພິຈາລະນາ​ແລະຮັບຮອງ​ເອົາ "ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນກ່ຽວ​ກັບການດັດ​ແກ້​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ".

ລັດຖະທຳ​ມະນູນສະບັບ​ປັດຈຸບັນ​ຂອງ​ຈີນ​​ໄດ້​ຮັບຮອງ​ເມື່ອ​ປີ 1982 ​ແລະ ​ໄດ້ປະຕິບັດ​ຕົວ​ຈິງ​ຕະຫຼອດ 30 ກວ່າ​ປີຜ່ານມາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ: ລັດຖະທຳ​ມະນູນ​ໄດ້​ເດັດດ່ຽວ​ຍຶດໝັ້ນການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ​ໄດ້​ຮັບປະກັນ​ການ​ເປັນ​ເຈົ້າບ້ານ​ເຈົ້າ​ເມືອງ​ຂອງ​ປະຊາຊົນ, ​ໄດ້​ຊຸກຍູ້​ການ​ປະຕິຮູບ-​ເປີດ​ປະຕູ​ຕໍ່​ພາຍ​ນອກ ​ແລະ ການ​ສ້າງສາ​ທັນ​ສະ​ໄໝ​ສັງຄົມ​ນິຄົມ​ຢ່າງ​ແຂງ​ແຮງ, ​ໄດ້​ຊຸກຍູ້​ຂະ​ບວນການ​ສ້າງສາ​ປະ​ເທດ​ສັງຄົມ​ນິຄົມທີ່​ປົກຄອງ​ດ້ວຍ​ກົດໝາຍ​ຢ່າງ​ແຂງ​ແຮງ ​ແລະ ປົກ​ປັກຮັກສາ​ການ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ, ຄວາມ​ສາມັກຄີ​ຂອງ​ຊາດ ​ແລະ ຄວາມ​ສະຫງົບ​ຂອງ​ສັງຄົມ​ຢ່າງ​ແຂງ​ແຮງ.

ການ​ປະຕິບັດ​ຕົວ​ຈິງ​ສາມາດ​ພິສູດ​ຢ່າງ​ເຕັມ​ສ່ວນວ່າ ລັດຖະທຳ​ມະນູນ​ສະບັບ​ປັດຈຸບັນ​ຂອງ​ຈີນ​ແມ່ນ​ລັດຖະ​ທຳ​ມະນູນ​ທີ່​ດີ ​ເຊິ່ງດີ​ຢູ່​ໃນ​ດ້ານ​ຕ່າງໆ​ຄື ສອດຄ່ອງ​ກັບ​ສະພາບ​ຄວາມ​​ເປັນຈິງ​ຂອງ​ຈີນ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຍຸກ​ປັດຈຸບັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ມານະ​ຈິດ​ຮ່ວມ​ຂອງ​ປະຊາຊົນ​ຢ່າງ​ເຕັມ​ສ່ວນ, ສາມາດ​ຮັບປະກັນ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຢ່າງ​ເຕັມ​ສ່ວນ, ສາມາດ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ຢ່າງ​ເຕັມ​ສ່ວນ, ຊຸກຍູ້​ການ​ພັດທະນາ​ກ້າວໜ້າຂອງ​ປະ​ເທດ ​ແລະ ຮັບປະກັນ​ການ​ສ້າງຊີວິດ​ທີ່​ມີ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ການ​ປະຕິບັດ​ຕົວ​ຈິງ​ຍັງ​ພິສູດ​ຢ່າງ​ເຕັມ​ສ່ວນວ່າ ລັດຖະທຳ​ມະນູນ​ສະບັບ​ປັດຈຸບັນ​ຂອງ​ຈີນ​ມີ​ທ່າ​ແຮງ​ຢ່າງ​ພົ້ນ​ເດັ່ນ, ມີ​ພື້ນຖານ​ອັນ​ໜັກ​ແໜ້ນ, ມີ​ພະລັງ​ຊີວິດ​ຢ່າງ​ເຂັ້ມ​ແຂງ ສະນັ້ນ ຈຶ່ງ​ຕ້ອງ​ປົກ​ປັກ​ຮັກສາຢ່າງ​ເດັດດ່ຽວ, ຍຶດໝັ້ນ​ເປັນ​ໄລຍະ​ຍາວ​ນານ ​ແລະ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ.

ການ​ດັດ​ແກ້​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ສະບັບ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ລັດຖະທຳ​ມະນູນ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ບັນທັດຖານ, ນຳພາ, ຊຸກຍູ້ສົ່ງ​ເສີມ ​ແລະມີ​ຄວາມ​ຮັບປະກັນ, ​ແມ່ນຄວາມ​ຕ້ອງການ​ທີ່​ຕ້ອງ​ເປັນ​ໄປຕາມ​ການ​ພັດທະນາ​​ຕົວ​ຈິງ. ນັບ​ແຕ່​ການ​ດັດ​ແກ້​ລັດຖະທຳ​ມະນູນ​ເມື່ອ​ປີ 2004 ​ເປັນຕົ້ນມາ, ພາລະກິດ​ຂອງ​ພັກ​ແລະ​ລັດ ​ໄດ້​ມີ​ການ​ພັດທະນາ​​ປ່ຽນ​ແປງທີ່​ສຳຄັນ​​ຢ່າງຫຼວງຫຼາຍ, ຂະນະ​ທີ່​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ກໍໄດ້ວາງ​ແຜນ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຕໍ່​ການ​ຍຶດໝັ້ນ ​ແລະ ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​​ໃໝ່ ​ແລະ ​ໄດ້​ກຳນົດ​ເປົ້າໝາຍ​ສູ້​ຊົນ​ໃໝ່. ການ​ປະຕິບັດ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະທຳ​ມະນູນ​ຈີນ​ແມ່ນ​ຕິດ​​ແໜ້ນກັບ​ພັກ​ນຳພາ​ປະຊາຊົນ​ດຳ​ເນີນ​ການຊອກ​ຄົ້ນຕົວ​ຈິງ ​ແລະ ​ໄດ້​ຮັບ​ການ​ບູລະນະ​ປັບປຸງ​ໃຫ້​ສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ຂອງ​ຍຸກ​ສະ​ໄໝ ​ແລະ ການ​ພັດທະນາ​ພາລະກິດ​ຂອງ​ພັກ​ແລະ​ປະຊາຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ