ສະເຫຼີມສະຫຼອງຜົນສໍາເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໄຜ່ຢ່າງເປັນທາງການ
2018-01-22 16:51:56  cri 

    ພິທີສະເຫຼີມສະຫຼອງຜົນສໍາເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໄຜ່ ໄດ້ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ແຂວງໄຊສົມບູນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມະນີ ອິນທິລາດ, ກໍາມະການສູນກາງພັກ, ເລຂາ​ຄະນະ​ພັກ ລັດຖະມົນຕີ​​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ທ່ານຫວາງຢີ່ທົງ, ປະທານ ບໍລິສັດ ນໍຣິນໂກ, ທ່ານບຸນອູ້ມ ສີວັນເພັງ, ຜູ້​ອຳ​ນວຍ​ການ​ໃຫຍ່​ ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ, ທ່ານ ທອງລອຍ ສີສຸວົງ, ເຈົ້າແຂວງແຂວງໄຊສົມບູນ ພ້ອມດ້ວຍຜູ້ຕາງໜ້າທັງຝ່າຍລາວ ແລະ ຈີນເຂົ້າຮ່ວມ.

ທ່ານຄໍາມະນີ ກ່າວວ່າ,​ ໂຄງການ​ເຂື່ອນໄຟຟ້ານ້ຳໄຜ່ ກໍແມ່ນໂຄງການ​ໜຶ່ງ ທີ່ມີຄວາມສຳຄັນ ຊຶ່ງໄດ້ກຳນົດໃນກອບແຜນແມ່ບົດຂອງ ການ ພັດທະນາລະບົບໄຟຟ້າ ຢູ່ປະເທດເຮົາໄລຍະນີ້ຮອດປີ 2020 ​ແລະ ໂຄງການນີ້ ຈະສະໜອງ​ພະລັງງານ​ຮັບ​ໃຊ້​ໃຫ້​ ແຂວງ ໄຊສົມບູນ ແລະ ຊຽງຂວາງ ​ໂດຍ​ສະ​ເພາະ ຢູບໍລິ​ເວນ​ເມືອງ​ ລ່ອງແຈ້ງ​ ໃຫ້​ມີ​ຄວາມ​ຮັບປະກັນ ​ແລະ ມີ​ປະ​ສິດ​ທິຜົນ​ດີ​ຂື້ນ​ຕື່ມ ພ້ອມນີ້ກໍເປັນການສ້າງແຫຼ່ງລາຍຮັບ, ສ້າງວຽກເຮັດງານທໍາ ແລະ ຍົກລະດັບຊິວິດ ການເປັນຢູ່ຂອງປະຊາຊົນທີ່​ອາ​ໄສ​ຢູ່​ໃຫ້ ບໍລິເວນໂຄງການ ແລະທອງຖິ່ນ ຂື້ນຕື່ມ.


ທ່ານຫວາງຢີ່ທົງກ່າວວ່າ,​ ມື້ນີ້​ໂຄງ​ການເຂື່ອນໄຟຟ້ານໍ້າໄຜ່ ໄດ້ສໍາເລັດລົງຢ່າງສົມບູນ, ມັນເປັນເຄື່ອງຫມາຍສະແດງເຖິງບໍລິສັດນໍຣິນໂກ ໄດ້ກ້າວຂື້ນດຳເນີນທຸລະກິດໃນລາວອີກລະດັບໃຫມ່ໃນການຮ່ວມມືກັບລັດຖະ
ບານລາວ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຈົນໄດ້ຮັບຫມາກຜົນແຫ່ງໄຊຊະນະ; ການກໍ່ສ້າງ ແລະ ດຳເນີນທຸລະກິດຂອງໂຄງການເຂື່ອນໄຟຟ້ານໍ້າໄຜ່, ບໍ່ພຽງແຕ່ພາໃຫ້ເສດຖະກິດພາຍໃນທ້ອງຖິ່ນ​ດີຂຶ້ນ​ເທົ່າ​ນັ້ນ, ຍັງສາມາດຕອບສະຫນອງພະລັງງານທີ່ສະອາດ ແລະ ສ້າງຜົນປະໂຫຍດໃນການເຕີບໂຕທາງດ້ານເສດຖະກິດຂອງລາວ.

​ໂອ​ກາດ​ນີ້, ທ່ານທອງລອຍ ສີສຸວົງໄດ້ກ່າວວ່າ,​ ຜົນ​ສຳ​ເລັດ​ຂອງໂຄງການເຂື່ອນໄຟຟ້າ ນໍ້າໄຜ່​ ໃນຄັ້ງນີ້ ມັນເປັນການປະກອບສ່ວນ ອັນສຳຄັນເຂົ້າໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ບັນ​ດາ​ແຂວງ​ພາກເໜືອ ໂດຍສະເພາະແຂວງໄຊສົມບູນ ໃຫ້​ມັ້ງ​ຄັ້ງ​ເຂັ້ມ​ແຂງ, ​ເປັນ​ທ່າ​ແຮງ​​​ໃນ​ການ​ຜະ​ລິດ ແລະ ສະ​ໜອງ​ກະແສໄຟຟ້າໃຫ້ພຽງພໍ ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ຂອງ​​ປະ​ຊາ​ຊົນບັນ​ດາ​ເຜົ່າ ເຊີ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ​ການ​ຫັນ​ປ່ຽນ​ແບບ​ວິ​ທີ​ການ​ຜະ​ລິດໂດຍ​ສະ​ເພາະ​ຈາກ​ເສດ​ຖະ​ກິດ​ທຳ​ມະ​ຊາດ - ​ເຄິ່ງ​ທຳຊາດ​ ໄປສູ່​ເສດ​ຖະ​ກິດ​ຜະ​ລິດ​ເປັນ​ສິນ​ຄ້າ,  ຫັນ​ປ່ຽນ​ອາ​ຊີບ​ການທຳ​ມາ​ຫາ​ກິນ​ ແລະ ເຮັດ​ໃຫ້​ການ​​ດຳ​ລົງຊີ​ວິດຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ດີຂື້ນເປັນກ້າວໆ, ສ້າງ​ລາຍ​ຮັບ​​ໃຫ້​ປະ​ຊາ​ຊົນຫຼາຍ​ຂື້ນ. ພ້ອມນີ້​ໂຄງ​ການ​ດັ່ງ​ກ່າວຖື​ເປັນ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ທີ່​ຕັ້ງ​ໜ້າເພື່ອ​ຍົກ​ລະ​ດັບ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ແຂວງ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມ​ທຸກ​ຍາ​ກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າຕາມ​ທິດ​ສ້າງ​ແຂວງ​ເປັນ​ຫົວ​ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ​ໜ່ວຍ​ເຂັ້ມ​ແຂງ​ຮອບ​ດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວ​ໜ່ວຍ​ພັດ​ທະ​ນາ​.


ເຂື່ອນໄຟຟ້ານໍ້າໄຜ່ ຕັ້ງຢູ່ເຂດເມືອງໂພນ (Phoun) ແຂວງໄຊສົມບູນ,. ສະຖານນີເກັບໄຟຟ້າມີຄວາມຈຸ 86 MW  ແລະ ​ສາ​ມາດຜະລິດພະລັງງານໄຟຟ້າໃນແຕ່ລະປີໄດ້ ປະມານ 417 ລ້ານກິໂລວັດໂມງ, ໂດຍ​ນຳ​ໃຊ້ງົບປະມານ​ໃນການລົງທຶນທັງຫມົດ 218 ລ້ານໂດລາສະຫະລັດ, ແລະພະລັງງານໄຟຟ້າທັງຫມົດ​ຈາກ​ໂຄງ​ການ​ນີ້ຈະຂາຍໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ