ເສດ​ຖະ​ກິດ​ຈີນ​ບັນ​ລຸ​ຄວາມ​ໝັ້ນ​ທ່ຽງ​ໃນຫຼາຍ​ດ້ານ
2018-01-22 16:25:04  cri 
    ໃນ​ປີ​ຜ່ານ​ມາ, ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ສັບ​ສົນຫຼາຍ, ແຕ່ລ​ວ​ມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື  GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 6,9% ເຊິ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 7 ປີ; ຂະ​ນະ​ດຽວ​ກັນ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ ໄດ້​ບຸກ​ທະ​ລຸ 80000 ຕື້ຢວນ​ເປັນ​ຄັ້ງ​ທຳ​ອິດ ຄື​ບັນ​ລຸ 82700 ຕື້ຢວນ ຫຼືປະ​ມານ 12000 ຕື້​ໂດ​ລາ​ສະ​ຫະ​ລັດ.

    ຂໍ້​ມູນ​ທີ່​ທາງ​ການ​ເຜີຍ​ແຜ່​ໃນ​ຫວ່າງມໍ່ໆ​ມານີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ຈັງ​ຫວະ​​ການເຕີບ​ໂຕ​ຂອງ GDP 6,9% ນັ້ນ ແມ່ນ​ການ​ເພີ່ມ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ, ຂະ​ນະ​ດຽວ​ກັນ, ເສ​ດ​ຖະ​ກິດ​ຈີນ​ກໍ​ໄດ້​ບັນ​ລຸ​ຄວາມ​ໝັ້ນ​ທ່ຽງ​ໃນຫຼາຍ​ດ້ານ​ຄື: ດ້ານ​ການ​ປະ​ກອບ​ອາ​ຊີບ, ດ້ານ​ລາ​ຄາສິນ​ຄ້າ ແລະ​ດ້ານ​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ. ຂໍ້​ມູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ການ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ, ຕົວ​ເລກ​ດັດ​ຊະ​ນີ PPI ໄດ້​ປ່ຽນ​ແປງ​ສະ​ພາບ​ການຫຼຸດ​ລົງ​ໃນ 5 ປີ​ຕິດ​ຕໍ່​ກັນ​ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ, ອັດ​ຕາ​ການ​ນຳ​ໃຊ້​ຄວາມ​ສາ​ມາດ​ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ​ທົ່ວ​ປະ​ເທດ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ 5 ປີ​ມານີ້. ພ້ອມ​ກັນ​ນັ້ນ, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ໃນ​ປີ 2017 ຜ່ານ​ມາ ກໍ​ໄດ້​ເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​ໃສ່​ປີ 2016 ເຊິ່​ງ​ເປັນ​ການ​ປ່ຽນ​ແປງ​ສະ​ພາບ​ການ​ທີ່ຫຼຸດ​ລົງ​ໃນ 2 ປີ​ຕິດ​ຕໍ່​ກັນ.

    ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ໂດຍ​ລວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ປີ​ຜ່ານ​ມາ, ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ດ້ານ​ການ​ສະ​ໜອງ​ຂອງ​ຈີນ ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ. ໜ້າ​ທີ່ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ການ​ຜະ​ລິດ​​ທີ່​ເຫຼືອ​ເກີນໃນ​ດ້ານ​ເຫຼັກ​ກ້າ, ຖ່ານ​ຫີນ ແລະ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ​ທີ່​ຖືກ​ກຳ​ນົດ​ໄວ້​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ຕົ້ນ​ປີນັ້ນ ໄດ້​ສຳ​ເລັດ​ຢ່າງ​ສະ​ດວກ. ອັດ​ຕາ​ໜີ້​ສິນ​ຕໍ່​ຊັບ​ສິນ​ຂອງວິ​ສາ​ຫະ​ກິດ​ທີ່​ມີ​ຂະ​ໜາດ​ໃຫຍ່​ໃນ​ທ້າຍ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ ໄດ້ຫຼຸດ​ລົງ 0,5%..

    ສິ່ງ​ທີ່​ຄວນ​ກ່າວ​ເຖິງນັ້ນ​ແມ່ນ, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທາງ​ຍຸດ​ທະ​ສາດ, ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ສູງ ແລະ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ອຸ​ປະ​ກອນ​ຂອງ​ຈີນ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 10%, ​ການ​ຜະ​ລິດ​ຫຸ່ນ​ຍົນ ແລະ ລົດ​ຍົນ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 50%.

    ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ ໄດ້​​ລະ​ບຸ​ໄວ້ຢ່າງ​ຈະ​ແຈ້ງ ຄື: ເສດ​ຖະ​ກິດ​ຈີນ ​ຈາກ​ໄລ​ຍະ​ທີ່​ພັດ​ທະ​ນາ​ດ້ວຍ​ຄວາມ​ໄວ​ສູງ​ຫັນ​ປ່ຽນ​ໄປ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ. ການ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ຄຸນ​ນະ​ພາບ​ສູງນັ້ນ ຈະ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພື້ນ​ຖານ​ໃນ​ການ​​ຈັດ​ວາງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ ແລະ ປະ​ຕິ​ບັດ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ