Ali Pay ເປີດ​ບໍ​ລິ​ການ​ຢູ່​ໄຕ້​ຫວັນ​ໄວ​ຂຶ້ນ
2018-01-22 16:30:37  cri 



    Ali Pay ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ ໄດ້​ເລັ່ງ​ລັດ​ຄວາມ​ໄວ​ໃນ​ການ​ເປີດ​ບໍ​ລິ​ການ​ຢູ່​ເກາະ​ໄຕ້​ຫວັນ ໂດຍ​ນັບ​ແຕ່​ເປີດ​ບໍ​ລິ​ການ​ໃນ​ເດືອນ​ທັນ​ວາ​ປີ 2015 ມາ​ຮອດ​ປັດ​ຈຸ​ບັນ ໄດ້​ປົກ​ຄຸມ​​ຮ້ານ​ຄ້າ 34000 ແຫ່ງ​ແລ້ວ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ​ການ​ກິນ, ການ​ຊື້, ການ​ເດີນ​ທາງ ແລະ​ການ​ບັນ​ເທີງ.

    ຂ່າວ​ແຈ້ງວ່າ, ປັດ​ຈຸ​ບັນ, ວິ​ທີ​ຈ່າຍ​ເງິນ​ເຄື່ອນ​ທີ່​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນໂດຍ​ແມ່ນ Ali Pay ເປັນ​ຕົວ​ແທນນັ້ນ ໄດ້​ປົກ​ຄຸມ​ຊຸບ​ເປີ​ມາ​ເກັດ, ຕະຫຼາດ​ກາງ​ຄືນ, ຮ້ານ​ສັບ​ພະ​ສິນ​ຄ້າ, ຮ້ານ​ອາ​ຫານຕ່າງໆ​ຂອງ​ໄຕ້​ຫວັນ, ບໍ່​ພຽງ​ແຕ່​​ຮ້ານ 7-11 ແລະ ຊວນ​ເຈ່ຍ ສາ​ມາດ​ນຳ​ໃຊ້ Ali Pay ໄດ້​ເທົ່າ​ນັ້ນ, ຢູ່​ສະ​ໜາມ​ບິນ​ທາວຢວນ​ນະ​ຄອນ​ໄຕ້​ເປ, Ali Pay ກໍ​ໄດ້​ປົກ​ຄຸມ​ຮ້ານ​ຄ້າ​ເກືອບ 90% ແລ້ວ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ