ປະຊາຊົນ​​​ເຂດ​ກວາງຊີ​ເຮັດ​ຊີ້ນ​ແຫ້ງ​ຕ້ອນຮັບປີ​ໃໝ່
2018-01-23 16:06:58  cri 

ພາບ​ເຫຼົ່ານີ້​ໄດ້​ຖ່າຍ​ໃນ​ວັນ​ທີ 22 ມັງກອນ​ນີ້ ຢູ່ບ້ານຕ້າກາງ​ຕາ​ແສງ​ສາງ​ອ່ານ ​ເມືອງ​ຣົງອ່ານ​ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາ​ງຊີ, ຊາວ​ບ້ານພວມ​ຕາກ​ຊີ້ນ​ແຫ້ງ​ຢູ່​ເທີ​ງອາຄານ​ຂອງ​ຕົນ. ທັງ​ນີ້, ຫຼັງ​ເຂົ້າສູ່​ຍາມໜາວ​ທີ່​ສຸດ​ໃນ​ໜຶ່ງ​ປີ ຄື ວັນ​ທີ 20 ມັງກອນ​ນີ້, ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເມືອງຣົງອ່ານ ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ ກໍ​ເລີ່​ມ​ເຮັດ​ຊີ້ນ​ແຫ້ງ, ​ໄສ້ກອກ ​ແລະ​ອື່ນໆ ​ເພື່ອ​​ໄວ້ຕ້ອນຮັບ​ບຸນ​ກຸດ​ຈີນ​ທີ່​ຈະ​ມາ​ເຖິງ. ຢູ່​ເຂດ​ກວາງຊີ, ​ແຫ່ງ​ຕ່າງໆ​ກໍ​ມີ​ຮີດຄອງ​ປະ​ເພນີ​ກິນ​ຊີ້ນ​ແຫ້ງ​ໃນ​ໄລຍະ​ບຸນ​ກຸດ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າຜູ້​ແກ່ ຍິ່ງ​ຈະ​ປາສະຈາກ​ຊີ້ນ​ແຫ້ງ​ບໍ່​ໄດ້ ​ທີ່​​ເປັນ​ປະ​ເພນີ​​ສືບ​ທອດ​ມາ​ແຕ່​ດົນ​ນານ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ