ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພັນ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ສຸມ​ໃສ່ບັນ​ຫາ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
2018-01-23 11:31:15  cri 
ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພັນ​ອາ​ຟ​ຣິ​ກາ​ຄັ້ງ​ທີ 30 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພັນ​ອາ​ຟ​ຣິ​ກາ ​ທີ່ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​ທີ​ໂອ​ປີ ໂດຍ​ຕົ້ນ​ຕໍ​ຈະ​ສຸມ​ໃສ່​ບັນ​ຫາ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາ.

ຫົວ​ຂໍ້ຫຼັກ​ຂອງກອງ​ປະ​ຊຸມຄັ້ງ​ນີ້​ແມ່ນ "ຍາດ​ເອົາ​ໄຊ​ຊະ​ນະ​ຂອງ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ:ເສັ້ນ​ທາງ​ແບບ​ຍືນ​ຍົງ​ທີ່​ຫັນ​ປ່ຽນ​ຮູບ​ແບ​ບ​ການ​ພັດ​ທະ​ນາ​ຂອງ​ອາ​ຟ​ຣິ​ກາ​ເສັ້ນ​ໜຶ່ງ". ທ່ານ ມາວ​ສ໌​ຊາ ຟາ​ກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພັນ​ອາ​ຟ​ຣິ​ກາ​ກ່າວ​ວ່າ: ການ​ກຳ​ນົດ​ເອົາການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ຫົວ​ຂໍ້​ຫຼັກຂອງກອງ​ປະ​ຊຸມ​ສຸດຍອດ​ໃນ​ປີ​ນີ້ ​ຍ້ອນ​ວ່າ​ປາ​ກົດ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣິ​ກາ​ນັບ​ມື້​ນັບ​ແຜ່​ຫຼາຍຂຶ້ນ ເຊິ່ງ​ເປັນ​ການ​ທຳ​ລາຍ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທາງ​ສັງ​ຄົມ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ການ​ເມືອງ.

ທ່ານ ຟາ​ກີ ກ່າວ​ຕື່ມ​ວ່າ: ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຍັງ​ຈະ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ບັນ​ຫາ​​ຂອງ​ອາ​ຟ​ຣິ​ກາໃນ​ດ້ານ​ຕ່າງໆ​ເຊັ່ນ:ກະ​ສິ​ກຳ,ຄົມ​ມະ​ນ​າ​ຄົມ,ກົດ​ໝາຍ,ການ​ຄຸ້ມ​ຄອງ​ລັດ​ຖະ​ບານ​ແລະ​ການ​ເງິນ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ