ປະທານາທິບໍດີ​ ສ ​ເກົາຫຼີ​ຮຽກຮ້ອງສົ່ງ​ເສີມ​ການ​ເຈລະຈາ​ລະຫວ່າງ ສ ​ເກົາຫຼີ ​ແລະ ສ​ປປ ​ເກົາຫຼີ​ໃນ​​ໂອກາດ​ງານກິລາ​ໂອ​​ແລມ​ປິກ​ລະດູ​ໜາວ
2018-01-23 15:53:47  cri 
ວັນ​ທີ 22 ມັງ​ກອນ​ນີ້, ທ່ານ​ມູນ​​ແຈ​ອິນ ປະທານາທິບໍ​ດີ ສ ​ເກົາ​ຫຼີກ່າວ​ວ່າ: ການ​ເຈ​ລະຈາ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ​ເກົາ​ຫຼີ​ໃນໂອກາດ​ງາ​ນກິລາ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງບໍ່​ແມ່ນ​ເລື່ອງ​ງ່າຍປານ​​ໃດ, ສະ​ນັ້ນ, ຮຽກຮ້ອງ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ​ເຕົ້າ​ໂຮມຄວາມ​ສາມັກຄີ ​ແລະຮັກສາ​ໂອກາດ​ນີ້​ໄວ້​ໃຫ້​ດີ. ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີຄວນກຳ​ແໜ້ນ​ໂອກາດ​ອັນ​ປະ​ເສີດ​ດັ່ງກ່າວ, ​ສຸມ​ສະຕິ​ປັນຍາ ​ແລະ​ພະຍາຍາມ​ຮ່ວມ​ກັນ​ຮັກສາ​ການ​ເຈ​ລະ​ຈາ ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ ສປປ ​ເກົາ​ຫຼີ​ໂດຍ​ສັນຕິ ​ແລະ​ສ້າງສັນ​ຕິ​ພາບ​​ໃຫ້ແຫຼມ​ເກົາຫຼີ.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ປະ​ເທດ​ຕົນ​ເຕົ້າ​ໂຮມຄວາມ​ສາມັກ​ຄີເພື່ອຊຸກຍູ້​​ເຮັດ​ໃຫ້ງານ​ກິລາໂອ​ແລມປິກລະດູ​ໜາວ​ພຽງ​ຊາງ​ໄດ້ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ແລະຂະນະ​ດຽວ​ກັນ​ກໍ​ຫວັງ​ວ່າ ສປປ ​ເກົາຫຼີຈະ​ຮ່ວມ​ກັບ ສ ​ເກົາຫຼີ​ພະຍາຍາມ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ.

ທ່ານ​ຍັງ​​ຊີ້​ໃຫ້​ເຫັນ​ວ່າ: ສປປ ​ເກົາຫຼີ​ເຂົ້າ​ຮ່ວມ​ງານ​ໂອ​ແລມປິກພຽງ​ຊາງຄັ້ງ​ນີ້​ມີ​ຄວາມ​ສຳຄັນ​ຍິ່ງ​ໃຫຍ່ ​ແລະທັງ​ເປັນ​ການ​ເສີມ​ຂະຫຍາຍ​ບົດ​ບາດ​ໃຫ້​ແກ່​ງານ​ໂອ​ແລມປິກ​ນີ້​ໃຫ້​​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ຈົບງາມ ​ແລະ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ. ສະ​ນັ້ນ, ມີ​ຄວາມ​ຈຳ​ເປັນ​ຕ້ອງ​ລົງ​ເລິກການ​ເຈ​ລະ​ຈາ ​ເພື່ອ​ຊຸກຍູ້ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ ສປປ ​ເກົາຫຼີ​ໂດຍ​ສັນຕິ ​ແລະ​ບັນລຸ​ສັນຕິພາບ ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​​ແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ