ສະຖານີລົດ​ເມ​ຢູ່​ດາ​ມັສ​ໄດ້​ຖືກ​ໂຈມ​ຕີ​ຈາກ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ
2018-01-23 16:05:42  cri 
ວັນ​ທີ 22 ມັງກອນ​ນີ້, ສະຖານີ​ລົດ​ເມ​ແຫ່ງ​ໜຶ່ງຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ​ດາມັສປະ​ເທດ​ຊີຣີ​ໄດ້​ຖື​ກໂຈມ​ຕີ​ດ້ວຍ​ລູກປືນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 9 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ 21 ຄົນ.

​ເຈົ້າ​ໜ້າ​ທີ່ຕຳຫຼວດ​ດາ​ມັສ​ກ່າວ​ວ່າ: ວັນ​ທີ 22 ມັງກອນ​ນີ້, ກຸ່ມ​ປະ​ກອບ​ອາວຸດ​ຕ້ານ​ລັດຖະບານ​ຢູ່​​ເຂດ​ໂກ​ຕາຊານ​ເມືອງ​ພາກ​ຕາ​ເວັນ​ອອກນ​ະຄ​ອນຫຼວງ​ດາ​ມັສ​ໄດ້ຍິງ​ປືນ​ໃສ່​ທິດຕາ​ເວັນ​ອອກ​ຂອງ​ເມືອງ​, ​ສະຖານີ​ລົດ​ເມ​​ແຫ່ງໜຶ່ງ​ໃນ​ນີ້, ລູກໜຶ່ງ​ຍິງ​ຖືກ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 9 ຄົນ ​ແລະ​​ໄດ້ຮັບ​ບາດ​ເຈັບ 21 ຄົນ. ​ແລະ​ອີກ​ຈຳນວນ​ໜຶ່ງ​ຍິງ​ໃສ່​ເຂດ​ບໍລິ​ເວນ​ອ້ອມ​ຂ້າງ​ລົດຫຼາຍ​ຄັນ ​ແລະ​ສິ່ງຂອງ​ຕ່າງໆ​ຖືກ​ທຳລາຍ​ຢ່າງ​ຫຼວງ​ຫຼາຍ. ຫຼັງ​ຈາກ​ນັ້ນທະຫານ​ຊີຣີກໍ​ໄດ້​ຕອບ​ໂຕ້​ຄືນ​ໂດຍ​ການ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ປະກອບ​ອາວຸດ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ