ອາ​ເມ​ລິ​ກາ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ກັບ​ອິນ​ໂດ​ເນ​ເຊຍ
2018-01-24 14:50:14  cri 

ທ່ານ​ເຈ​ມ ມາຕິ​ສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ​ໄດ້​ກ່າວ​ຢູ່​ນະຄອນຫຼວງຈາ​ກາ​ຕາ​ໃນ​ວັນ​ທີ 23 ມັງກອນ​ນີ້​ວ່າ: ອິນ​ໂດ​ເນ​ເຊຍ​​ໄດ້​ຮັບ​ຜົນງານ​ທີ່​ໂດດ​ເດັ່ນ​ໃນ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະອາ​ເມ​ລິ​ກາ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ກັບປະ​ເທດ​ດັ່ງກ່າວ.

ທ່ານມາຕິ​ສ ​ໄດ້​ຊົມ​ເຊີຍ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະຫວ່າງ​ອິນ​ໂດ​ເນ​ເຊຍ, ​ມາ​ເລ​ເຊຍ ​ແລະ ຟິລິບ​ປິນ ​ໂດຍ​ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ, ​ມາ​ເລ​ເຊຍ ​ແລະ ຟິລິບ​ປິນໄດ້​ຮ່ວມ​ກັນ​ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ​ຢູ່​ເຂດ​ທະ​ເລ​ຂອງ​ສາມ​ປະ​ເທດ ​ແລະ​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ IS ​ແຜ່​ກຳລັງ​ເຂົ້າມາ​ໃນ​ປະ​ເທດ​ຕົນ ​ເຊິ່ງ​ເປັນ​ການ​ສ້າງ​ແບບຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທົ່ວ​ໂລກ. ​ດັ່ງນັ້ນ ອາ​ເມ​ລິ​ກາຍິນ​ດີ​ຈະ​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ