ສຳ​ເລັດ​ຊຸດ​ອົບຮົມ​ພາສາ​ຈີນ​ໃຫ້​ພະນັກງານ​ຂະ​ແໜງ​ທ່ອງ​ທ່ຽວ​ເນ​ປານ
2018-01-24 14:52:40  cri 

ວັນ​ທີ 23 ມັງກອນ​ນີ້ ​ຢູ່​ສະ​ໂມ​ສອນ​ຄະນະ​ກຳມະ​ການທ່ອງທ່ຽວ​ເນ​ປານໄດ້​ຈັດ​ພິທີສຳ​ເລັດ​ຊຸດ​ອົບຮົມ​ພາສາ​ຈີນ​ໃຫ້​ແກ່​ພະນັກງານ​ຂະ​ແໜງ​ການທ່ອງທ່ຽວ​ປະ​ເທດ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ວ່າ ຊຸດ​ອົບຮົມ​ດັ່ງກ່າວ​ໃຊ້​ເວລາ​ປະມານ​ 6 ​ເດືອນ ​ແລະ ສຳ​ມະ​ນາກ​ອນ 40 ກວ່າ​ຄົນ​ສ່ວນຫຼາຍ​ແມ່ນ​ພະນັກງານ​ຈາກອົງການ​ລັດຖະບານຂອງ​ເນ​ປານ ​ເຊັ່ນ ກະຊວງ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ການບິນ​ພົນລະ​ເຮືອນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ກົມ​ຄຸ້ມຄອງ​ຄົນ​ຕ່າງປະ​ເທດ. ຂະນະ​ທີ່​ການຈັດຊຸດ​ອົບຮົມ​ດັ່ງກ່າວກໍ​ເພື່ອ​ຍົກ​ລະດັບ​ພາສາ​ຈີນ​ຂອງບັນດາສຳ​ມະ​ນາກ​ອນ​ໃຫ້​ສູງ​ຂຶ້ນ ​​ແລະ ຮັບ​ຮູ້​ວັດທະນະທຳ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ, ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ລະຫວ່າງ​ເນ​ປານ-ຈີນ.

ທ່ານ​ມາ​ເຮ​ສະ​ວໍ ນິວປາ​ເນ ​ເລຂາ​ກະຊວງ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ການບິນ​ພົນລະ​ເຮືອນ​ເນ​ປານ ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ປິດ​ຊຸດ​ອົບຮົມ​ວ່າ: ພາສາ​ເປັນ​ຂົວ​​ແຫ່ງ​ການ​ແລກປ່ຽນ​ລະຫວ່າງ​ອາລະຍະ​ທຳ​ທີ່​ຕ່າງ​ກັນ ​ແລະ ປະ​ເທດ​ທີ່​ຕ່າງ​ກັນ. ຢ່າງ​ໃດ​ກໍ​ຕາມ, ຈີນ​ແມ່ນ​ຕະຫຼາດນັກ​ທ່ອງ​ທ່ຽວ​ທີ່​ສຳຄັນ​ສຳລັບ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ເນ​ປານ ຫວັງ​ວ່າ​ບັນດາ​ສຳ​ມະ​ນາກ​ອນຈະ​ບໍລິການ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ດີ​ໃນ​ຕໍ່ໜ້າ ​​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ປະ​ເທດ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ