ທ່ານ ໂມລີຊີໂອ ຊັງໂຕໂຣ ຫົວໜ້າຄະນະການພົວພັນສາກົນມະຫາວິທະຍາໄລລີໂອເດີຈາເນໂຣຂອງເບຣຊິນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 23 ມັງກອນນີ້ວ່າ, ປະເທດອາເມລິກາລາຕິນມີຄວາມຫວັງຕະຫຼອດມາວ່າ ຈະສາມາດຮ່ວມກັບຈີນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະທ່າທີຂອງຈີນ ກໍໄດ້ນຳເອົາຄວາມຫວັງໃໝ່ມາສູ່ປະຊາຊົນອາເມລິກາລາຕິນ.
ທ່ານ ຊັງໂຕໂຣ ກ່າວວ່າ, ປະເທດອາເມລິກາລາຕິນ ເປັນຫ່ວງຫຼາຍຕໍ່ລັດທິປົກປ້ອງການຄ້າແລະນະໂຍບາຍຊາວຍ້າຍຖິ່ນຖານຂອງລັດຖະບານອາເມລິກາ, ໃນກອງປະຊຸມລະດັບລັດຖະມົນຕີຂອງເວທີປຶກສາຫາລືຈີນ-ອາເມລິກາລາຕິນຄັ້ງທີ 2 ທ່ານ ວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຢືນຢັນວ່າ, ຈະຈັດເອົາປະເທດອາເມລິກາລາຕິນທັງໝົດເຂົ້າໃນການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ເຊິ່ງເຮັດໃຫ້ປະເທດອາເມລິກາລາຕິນຮູ້ສຶກຕື່ນເຕັ້ນຫຼາຍ. ການທີ່ຈີນແລະປະເທດອາເມລິກາລາຕິນຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ບໍ່ພຽງແຕ່ຍ້ອນວ່າຈີນໃຫ້ຄວາມສຳຄັນຕໍ່ຖານະຍຸດທະສາດຂອງອາເມລິກາລາຕິນເທົ່ານັ້ນ, ຍັງແມ່ນຄວາມປາຖະໜາຂອງປະເທດອາເມລິກາລາຕິນເອງ.
ທ່ານ ຊັງໂຕໂຣ ເຫັນວ່າ, ການຮ່ວມມືລະຫວ່າງຈີນກັບອາເມລິກາລາຕິນ ແມ່ນການຮ່ວມມືແບບກວ້າງຂວາງ ແລະ ລື່ນກາຍພາກພື້ນນ້ອຍ, ການຮ່ວມມືຢູ່ພາຍໃຕ້ຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ" ດັ່ງກ່າວ ແມ່ນເສັ້ນທາງທີ່ຖືກຕ້ອງຂອງສອງຝ່າຍໃນການພັດທະນາຮ່ວມກັນ.