ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອູ​ຣູ​ໄກວເປັນ​ສັນ​ຍານ​ທີ່​ດີ
2018-01-25 16:06:42  cri 
    ວັນ​ທີ 24 ມັງ​ກອນນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ​ມົງ​ເຕວິ​ດີ​ໂອ​ປະ​ເທດ​ອູ​ຣູ​ໄກວ, ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ຄວາມ​ເຫັນ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ສອງ​ຝ່າຍ​ຈີນ-ອູ​ຣູ​ໄກວ​ປຶກ​ສາ​ລົງ​ນາມ ໃນ​ໂອ​ກາດ​ພົບ​ປະ​ນັກ​ຂ່າວ​ຮ່ວມ​ກັບ​ທ່ານ ໂຣ​ໂດ​ໂຟ ນິນ ໂນ​ໂວ​ອາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອູ​ຣູ​ໄກ​ວ.

     ທ່ານ ວາງຢີ້ ກ່າວ​ວ່າ, ການ​ທີ່​ປຶກ​ສາ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດນັ້ນ ມີ​ຜົນ​ດີ​ຕໍ່​ການ​ປົກ​ປ້ອງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຕະຫຼາດ​ຮ່ວມ​ພາກ​ໃຕ້ ເຊັ່ນ ອູ​ຣູ​ໄກວ​ເປັນ​ຕົ້ນ ປຶກ​ສາ​ຫາ​ລື​ວຽກ​ງານ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢ່າງ​ມີ​ລະ​ບຽບ. ການ​ທີ່​ອູ​ຣູ​ໄກວ​ແລະ​ປະ​ເທດອ​າ​ເມ​ລິ​ກາ​ລາ​ຕິນ​ອື່ນໆ ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນນັ້ນ ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ຕະຫຼາດ​ຈີນ ແລະ​ສອດ​ຄ່ອງ​ກັບ​ຜົນ​ໂຫຍດ​ໄລ​ຍະ​ຍາວ​ຂອງ​ອູ​ຣູ​ໄກວ​ແລະ​ປະ​ເທດ​ອື່ນໆ, ສ່ວນ​ຈີນ​ກໍ​ມີ​ຄວາມ​ຍິນ​ດີເປັນ​ຢ່າງ​ຍິ່ງ​ຕໍ່​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ