ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີໂປ​ອາວ​ປີ 2018 ຈະ​ເນັ້ນ​ຫົວ​ຂໍ້ "ອາ​ຊີ​ທີ່​ເປີດ​ປະ​ຕູ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ການ​ພັດ​ທະ​ນາ"
2018-01-26 14:25:12  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີໂປອາວ​ປະ​ຈຳ​ປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ​ແຕ່​ວັນ​ທີ 8 - 11 ເມ​ສາ​ປີ​ນີ້. ​ໃນ​ໄລ​ຍະ 4 ວັນ, ຄະ​ນະ​ຜູ້​ແທນ​ທັງ​ຈີນ​ແລະ​ຕ່າງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ກັນ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ອາ​ຊີ​ທີ່​ເປີດ​ປະ​ຕູ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ການ​ພັດ​ທະ​ນາ".

ທ່ານ​ໂຈ່ວ​ເວີນ​ຈຸ້ງ ເລ​ຂາ​ທິ​ການ​ໃຫຍ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ກ່າວ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ກະ​ແສ​ແນວ​ຄິດ​ຝືນ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຮຸນ​ແຮງ​ຂຶ້ນ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ ແລະ​ ການ​ລົງ​ທຶນເພີ່ມ​ຂຶ້ນ ແລະ ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຖືກ​ກະ​ທົບ​ກະ​ເທືອນ​ຢູ່​ບາງ​ພາກ​ພື້ນ, ອາ​ຊີ ແລະ ໂລກ​ຍິ່ງ​ຕ້ອງ​ການ​ໃຫ້​ເປີດ​ປະ​ຕູ ແລະ ​ພົວ​ພັນ​ກັນຫຼາຍກວ່າ​ທຸກ​ໄລ​ຍະ​ທີ່​ຜ່ານ​ມາ; ຕ້ອງ​ການ​ໃຫ້​ມີ​ຄວາມ​ໂອບ​ອ້ອມ​ອາ​ລີ ແລະ ດຸ່ນ​ດ່ຽງ​ກັນ. ພາຍ​ໃຕ້​ເບື້ອງຫຼັງ​ດັ່ງ​ກ່າວ, ໄດ້​ກຳ​ນົດ​ຫົວ​ຂໍ້​ກອງ​ປະ​ຊຸມ​ປີ​ນີ້​ຄື "ອາ​ຊີ​ທີ່​ເປີດ​ປະ​ຕູ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ການ​ພັດ​ທະ​ນາ" ແລະ ຈະ​ຈັດ​ໃຫ້​ມີ 4 ຫົວ​ຂໍ້​ຍ່ອຍ ຄື: "ໂລ​ກາ​ພິ​ວັດ ກັບ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", "ອາ​ຊີ​ທີ່​ເປີດ​ປະ​ຕູ", "ຫົວ​ຄິດ​ປະ​ດິດ​ສ້າງ" ແລະ "ປະ​ຕິ​ຮູບ​ທີ່ມີ​ຈຸດ​ເລີ່ມຕົ້ນ​ໃໝ່" ​ແລະ ​ມີ​60 ກວ່າກອງ​ປະ​ຊຸມ​ທີ່​ຈະ​ປຶກ​ສາ​ຫາ​ລືກັນ​ຢ່າງ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ