ເອ​ຢິບ​ເຊັນ​ສັນ​ຍາ​ໂຄງ​ການ​ລົດ​ເມ​ທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ໂຄງ​ການ​ທຳ​ອິດ​ກັບ​ບໍ​ລິ​ສັດ BYD ຂອງ​ຈີນ
2018-01-26 16:27:18  cri 
    ວັນ​ທີ 24 ມັງ​ກອນນີ້, ພະ​ແນກ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ແຂວງ​ອາ​ເລັ​ກ​ຊັນ​ດ​ຣາ​ປະ​ເທດ​ເອ​ຢິບ ໄດ້​ເຊັນ​ສັນ​ຍາ​ຈອງ​ຊື້​ລົດເມ​ທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ 15 ຄັນ​ກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ BYD ຈີນຈຳ​ກັດ, ຈາກນີ້, ເອ​ຢິບ​ຈະ​​ມີ​ລົດເມທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ງວດ​ທຳ​ອິດ.

    ທ່ານ ໂມ​ຣາ​ເມັດ ຊູ​ຕັນ ເຈົ້າ​ແຂວງ​ແຂວງ​ອາ​ເລັກ​ຊັນ​ດ​ຣາ ກ່າວ​ໃນ​ພິ​ທີ​ເຊັນ​ສັນ​ຍາ​ວ່າ, ລົດເມ​ທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ຊຸກ​ຍູ້​ການ​ເຜີຍ​ແຜ່​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົມ​ທີ່​ໃຊ້​ພະ​ລັງ​ງານ​ໃໝ່​ຂອງ​ເອ​ຢິບ. ທ່ານ ຮວງ​ຈື້​ເຊ ຜູ້​ອຳ​ນວຍ​ການ​ໃຫຍ່​ພະ​ແນກ​ຈຳ​ໜ່າຍ​ປະ​ຈຳ​ຕາ​ເວັນ​ອອກ​ກາງ​ແລະ​ອາ​ຟ​ຣິ​ກາ​ຂອງ​ບໍ​ລິ​ສັດ BYD ກ່າວ​ວ່າ, ຫວັງ​ວ່າ ໃນ​ເວ​ລາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ BYD, ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ລົດ​ຕິດ​ແລະຫຼຸດ​ຜ່ອນ​ມົນ​ລະ​ພິດທາງ​ອາ​ກາດ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ ທັງ​ຊ່ວຍ​ການ​ນຳ​ໃຊ້​ແລະ​ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ​ຂອງພະ​ລັງ​ງານ​ໃໝ່​ໃນ​ຂະ​ແໜ​ງ​ການ​ຄົມ​ມະ​ນາ​ຄົມ.

    ຂ່າວ​ແຈ້ງວ່າ, ຂະ​ບວນ​ລົດເມທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າຂະ​ບວນ​ດັ່ງ​ກ່າວ ປະ​ກອບ​ດ້ວຍ​ລົດ BYD-K9, ສາກ​ໄຟ​ເທື່ອ​ດຽວ​ສາ​ມາດ​ແລ່ນ​ໄດ້ຫຼາຍກວ່າ 250 ກິ​ໂລ​ແມັດ ແລະຄາດ​ວ່າ​ຈະ​​ສົ່ງມອບ​ໃຫ້​​ເອ​ຢິບ​ຢ່າງ​ເປັນ​ທາງ​ການຫຼັງ​ເຊັນ​ສັນ​ຍາ​ແລ້ວ 8 ເດືອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ