ຈີນ​ເຜີຍ​ແຜ່ປຶ້ມ​ປົກ​ຂາວ "ນະ​ໂຍ​ບາຍ​ຂົ້ວ​ໂລກ​ເໜືອ​ຂອງ​ຈີນ"
2018-01-26 16:32:50  cri 
    ວັນ​ທີ 26 ມັງ​ກອນນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ "ນະ​ໂຍ​ບາຍ​ຂົ້ວ​ໂລກ​ເໜືອ​ຂອງ​ຈີນ" ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ເຊິ່ງ​ແມ່ນ​ປຶ້ມ​ປົກ​ຂາວ​ເຫຼັ້ມ​ທຳ​ອິດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຂົ້ວ​ໂລກ​ເໜືອ​ຂອງ​ລັດ​ຖະ​ບານ​ຈີນ.

    ປຶ້ມ​ປົກ​ຂາວ​ລະ​ບຸ​ວ່າ, ການ​ບໍ​ລິ​ຫານ​ຂົ້ວ​ໂລກ​ເໜືອ ຕ້ອງ​ການ​ການ​ມີ​ສ່ວນ​ຮ່ວມ​ແລະ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປ​ະ​ໂຫຍດ. ຈີນ​ແມ່ນ​ຜູ້​ເຂົ້າ​ຮ່ວມ, ຜູ້ກໍ່​ສ້າງ ແລະ​ຜູ້​ປະ​ກອບ​ສ່ວນ​ຂອງວຽກ​ງານ​ຂົ້ວ​ໂລກ​ເໜືອ, ຍິນ​ດີ​ບົນ​ພື້ນ​ຖານຫຼັກ​ການ​ພື້ນ​ຖານ​ຄື "ເຄົາ​ລົບ​ນັບ​ຖື, ຮ່ວມ​ມື, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ຍືນ​ຍົງ", ຮ່ວມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ, ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ຂົ້ວ​ໂລກ​ເໜືອ, ຮ່ວມ​ກັນ​ຮັບ​ຮູ້, ປົກ​ປັກ​ຮັກ​ສາ, ນຳ​ໃຊ້ ແລະ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ຂົ້ວ​ໂລກ​ເໜືອ. ຈີນ​ສົ່​ງ​ເສີມ​ໃຫ້​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຈະ​ພະ​ຍາ​ຍາມ​ອຸ​ທິດ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ຂອງ​ຈີນ​ເພື່ອ​ການ​ພັດ​ທະ​ນາ​ຂົ້ວ​ໂລກ​ເໜືອ, ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ເພື່​ອ​ປົກ​ປັກ​ຮັກ​ສາ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຂົ້ວ​ໂລກ​ເໜືອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ