ຜູ້​ຕາງ​ໜ້າ​ຈີນ​ເນັ້ນ​ວ່າ "ແຜນ​ການ​ສ້າງ​ເປັນ​ສອງ​ປະ​ເທດ" ແມ່ນ​ທາງ​ອອກ​ທີ່​ຖືກ​ຕ້ອງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ປາ​​ແລັສ​ຕິນ
2018-01-26 16:35:25  cri 
    ທ່ານ ອູ​ໄຫ​ທ່າວ ຮອງ​ຜູ້​ຕ​າງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ເນັ້ນ​ໃນ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ​ກ່ຽວ​ກັບ​ບັນ​ຫາ​ປາ​ເລັ​ສ​ຕິນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ວັນ​ທີ 25 ມັງ​ກອນນີ້​ວ່າ, "ແຜນ​ການ​ສ້າງ​ເປັນ​ສອງ​ປະ​ເທດ" ແມ່ນ​ທາງ​ອອກ​ທີ່​ຖືກ​ຕ້ອງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັມ​ຕິນທາງ​ການ​ເມືອງ.

    ທ່ານ ອູ​ໄຫ​ທ່າວ ກ່າວ​ຕື່ມ​ວ່າ, ບັນ​ຫາ​ເຢ​ຣູ​ຊາ​ເລັມ​ສັ​ບ​ສົນ​ແລະ​ອ່ອນ​ໄຫວ​ທີ່ພົວ​ພັນ​ເຖິງ​ພື້ນ​ຖານ​ຂອງ​ການ​ແກ້​ໄຂ​ບັນ​ຫາ​ປາ​ເລັ​ສ​ຕິນ. ຈີນ​ມີ​ຄວາມ​ເຫັນ​ວ່າ, ບັນ​ຫາ​ຖາ​ນະ​ຂອງ​ເຢ​ຣູ​ຊາ​ເລັ​ມ​ຄວນ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ມາ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ນີ້​ກໍ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ຊາ​ຄົມ​ໂລ​ກ​ທີ່​ໄດ້​ຍອມຮັບ​ໂດຍ​ອີງ​ຕາມ​ເອ​ກະ​ສານ​ທາງ​ການ​ເມືອງ​ແລະ​ກົດ​ໝາຍ​ຕ່າງໆ ເຊັ່ນ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫ​ະ​ປະ​ຊາ​ຊາດ​ເປັນ​ຕົ້ນ. ແນວ​ໃດ​ກໍ​​ຕາມ, ເຢ​ຣູ​ຊາ​ເລັມ​​ຍັງແມ່ນ​ບ້ານ​ເກີດ​ຂອງ​ຫຼາຍຊົນ​ຊາດຊົນ​ເຜົ່າແລະ​ສາ​ສະ​ໜາ​ທີ່​ຕ່າງ​ກັນ, ປາ​ແລັ​ສ​ຕິນ​ແລະ​ອິດ​ສະ​ຣາ​ແອນ ​ຄວນເຄົາ​ລົບ​ສິດ​ເພື່ອ​ຄວາມ​ຢູ່​ລອດ​ຂອງ​ກັນ ແລະຫຼີກ​ເວັ້ນ​​ບໍ່​ໃຊ້​ການ​ທະ​ກຳ​ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ