ລາວ-ຈີນ ຕີລາຄາການຮ່ວມມືວຽກງານຊາຍແດນ
2018-01-27 16:00:55  cri 
ຈາກ​ຂ່າວ​ສານ​ປະ​ເທດ​ລາວ: ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກອງປະຊຸມຄະນະ ກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XV ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ, ສປປ ລາວ. ຝ່າຍລາວ ນໍາໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການຄະນະ ກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ​ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານນາງ ຫວາງເຫວີນລີ້ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ຫົວໜ້າຄະນະກໍາມະ ການຊາຍແດນຮ່ວມ ຈີນ-ລາວ, ພ້ອມດ້ວຍຜູ້ຕາງໜ້າ ຈາກພາກສ່ວນກ່ຽວ ຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.

ສອງຝ່າຍໄດ້ພ້ອມກັນ ສັງເກດຕີລາຄາຄືນ ຜົນການຈັດຕັ້ງປະຕິບັດເນື້ອໃນ ບົດບັນທຶກກອງປະຊຸມ ຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XIV ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ: ສະ ພາບການຢູ່ຕາມ ບໍລິເວນຊາຍແດນ ລະຫວ່າງ​ສອງ​ປະ​ເທດ​ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍດີ, ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງສອງປະເທດ ໄດ້ຮ່ວມກັນກວດກາ ລາດຕະເວນຊາຍແດນ ແລະ ກວດກາຫລັກໝາຍຊາຍແດນ ຢ່າງເປັນປົກກະຕິ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ກໍໄດ້ຮັບການແກ້ໄຂຢ່າງທັນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນໄດ້ມີການພົບປະ ແລະ ປະສານສົມທົບກັນຢ່າງເປັນປົກກະຕິ; ສອງຝ່າຍໄດ້ດຳເນີນການສຶກສາ ອົບຮົມປະຊາຊົນທີ່ອາໄສ ຢູ່ຕາມບໍລິ ເວນຊາຍແດນ ຂອງສອງປະເທດ ໃຫ້ເຄົາລົບນັບຖື "ສັນຍາ ວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ" ທີ່ສອງຝ່າຍໄດ້ຮັບຮອງເອົາແລ້ວ.

ເພື່ອ​ແນ​ໃສ່​ເຮັດ​ໃຫ້​ວຽກງານການຮ່ວມມື ແລະ ຄຸ້ມຄອງຊາຍແດນ ລະຫວ່າງ ສອງປະເທດ​ໃຫ້​ມີ​ປະສິດ ທິ​ຜົນ​ກວ່າ​ເກົ່າ, ສອງຝ່າຍໄດ້ເຫັນດີເອກກະພາບກັນ ແຜນການຈັດຕັ້ງປະຕິບັດ ວຽກງານໃນປີ 2018 ແລະ ຈະຕ້ອງໄດ້ເພີ່ມທະວີ​ເອົາ​ໃຈ​ໃສ່​​ໃນ​ການແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ໂຄສະນາ ແລະ ສຶກສາອົບຮົມສົນທິສັນຍາ, ອະນຸສັນຍາໃຫ້ແກ່ເຈົ້າໜ້າທີ່ ແລະ ປະຊາຊົນຢູ່ ຕາມບໍລິເວນຊາຍແດນ, ສະກັດກັ້ນ ການລັກລອບ ຂ້າມຊາຍແດນຜິດ​ກົດໝາຍ, ການຂຸດຄົ້ນເຄື່ອງປ່າຂອງດົງ, ການລ່າສັດປ່າການລ້ຽງສັດຂ້າມແດນ, ການຄ້າຂາຍເຖື່ອນ, ການຄ້າຢາເສບຕິດ, ການຄ້າມະນຸດ, ການກໍ່ອາດສະຍາ ກຳຂ້າມຊາດ ແລະ ປະກົດການຫຍໍ້ທໍ້ອື່ນໆ.  ແນໃສ່ປົກປັກຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນການເຄື່ອນໄຫວດຳລົງຊີວິດ ຂອງປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນ ຂອງສອງປະເທດ ໃຫ້ສະດວກ​ສະບາຍ​ຍິ່ງໆຂຶ້ນ. ​

ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ເປັນການປະກອບສວ່ນເຂົ້າ ໃນການຮ່ວມມື ລາວ-ຈີນ ທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ເປັນຄູ່ຮ່ວມ ສະຕາກຳສັງຄົມນິຍົມ ທີ່ບໍ່ສາມາດທັບມ້າງໄດ້ ພ້ອມທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງຊາຍແດນ ຂອງສອງປະເທດໃຫ້ກາຍເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ເປັນຊາຍແດນຕົວແບບຢ່າງແທ້ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ